ປັດຈຸບັນຫລາຍໆຮ້ານຢູ່ແຂວງຊຽງຂວາງ ຖືວ່າມີບັນຍາກາດຄຶກຄື້ນ, ມວນຊົນຫລາຍພາກສ່ວນໃນຂອບເຂດທົ່ວປະເທດ ເຂົ້າມາໃຊ້ບໍລິການໄລຍະເປີດມະຫະກຳກິລາແຫ່ງຊາດ. ໃນນັ້ນ, ຮ້ານລາບແຊບຊຽງຂວາງ ເຊິ່ງເປັນຮ້ານອາຫານຕາມສັ່ງ, ມີອາຫານ ແລະ ເຄື່ອງດື່ມຫລາຍຊະນິດ, ຫລາຍປະເພດ ກໍມີລູກຄ້າເຂົ້າມາໃຊ້ບໍລິການເພີ່ມຂຶ້ນ 50% ຈາກວັນປົກກະຕິ.

ທ່ານ ສິງຄຳ ຄຳສະຫວັນ ເຈົ້າຂອງຮ້ານລາບແຊບຊຽງຂວາງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຮ້ານລາບແຊບຊຽງຂວາງ ເປັນຮ້ານອາຫານຕາມສັ່ງ, ມີອາຫານ ແລະ ເຄື່ອງດື່ມຫລາຍປະ ເພດ ເພື່ອບໍລິການແກ່ລູກຄ້າພາຍໃນແຂວງ ແລະ ມວນຊົນທົ່ວໄປ ທີ່ເຂົ້າມາແຂວງຊຽງຂວາງ ໃນໂອກາດມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໂດຍສະເພາະອາຫານທີ່ເປັນເອກະລັກ ຂອງແຂວງ ແລະ ອາຫານພື້ນເມືອງລາວ ເປັນຕົ້ນ ລາບແຊບຊຽງຂວາງ (ລາບຂົມ, ກ້ອຍຂົມ ຫລື ແຊ່ເພ້ຍ) ໂດຍໄດ້ຄັດເອົາວັດຖຸດິບ ກໍຄື ຊີ້ນງົວສົດ ທີ່ສັ່ງຈາກໂຮງງານໂດຍກົງ. ພ້ອມນັ້ນ, ຍັງມີອາຫານທີ່ເປັນເອກະລັກຂອງທ້ອງຖິ່ນເຊັ່ນ: ເຂົ້າໄກ່ນ້ອຍ, ປີ້ງຊີ້ນທູບ, ປີ້ງຊີ້ນນໍ້າຕົກ, ປີ້ງ-ທອດ ນົກແອ່ນຕຸ້ງ, ລາບປາ, ກ້ອຍປາ, ປີ້ງ-ທອດປາແດດດ່ຽວ, ແຈ່ວບອງໃສ່ໜໍ່ໄມ້ສົ້ມ ແລະ ອື່ນໆ.

ນອກນັ້ນ, ຍັງມີອາຫານຕາມສັ່ງອີກ ຫລາຍລາຍການ ເຊັ່ນ: ເຂົ້າປຽກເສັ້ນ, ເຝີ ແລະ ປະເພດຕຳຕ່າງໆ ເຊິ່ງທຸກຂັ້ນຕອນການເຮັດອາຫານ ແມ່ນເນັ້ນຄວາມສະອາດເປັນຫລັກ, ບໍລິການດີ ແລະ ໃສ່ໃຈລູກຄ້າທຸກລາຍລະອຽດ ໂດຍເລີ່ມເປີດໃຫ້ບໍລິການແຕ່ 06:00 ໂມງ ເປັນຕົ້ນໄປ, ຮ້ານຕັ້ງຢູ່ບ້ານໂພນທອງ ເມືອງແປກ, ຢູ່ແຄມທາງສາຍຫລັກ ລະຫວ່າງທາງໄປຕະຫລາດນໍ້າຫງໍາ ແລະ ທາງໄປແຫລ່ງທ່ອງທ່ຽວທົ່ງໄຫຫີນ.