ປະກາດ ວັງຫ້ວຍລີ່ ບ້ານ​ ນາໜອງຜ່າ ເມືອງ​ ຊົນນະບູລີ ເປັນວັງສະຫງວນ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີປະກາດເຂດສະຫງວນ ປາ ແລະ ຊີວະນາໆພັນທຸກຊະນິດ ຢູ່ວັງຫ້ວຍລີ່ ບ້ານນາໜອງຜຳ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 14 ທັນວາ ຜ່ານມາ, ທັງນີ້ ກໍເພື່ອເປັນການປົກປັກຮັກສາແຫລ່ງທີ່ຢູ່ອາໄສ, ແຫລ່ງວາງໄຂ່, ຄຸ້ມຄອງສັດນ້ຳ (ປາ) ແລະ ສັດປ່າທຸກຊະນິດທີ່ອາໄສຢູ່ໃນເຂດ ຫວງຫ້າມໃຫ້ມີຄວາມຫລາກຫລາຍ ແລະ ມີຄວາມຍືນຍົງ; ເປັນການຮັບປະກັນຄວາມອຸດົມສົມບູນ ແລະ ຄວາມສົມດູນຂອງລະບົບນິເວດ ທາງທຳມະຊາດ, ທັງເປັນການອະນຸລັກຊະນິດພັນປາ ທີ່ຫາຍາກໃນທ້ອງຖິ່ນເຊັ່ນ: ປາຄ້າວ, ປານາງຂາວ, ປາຕອງດາວ, ປາເພ້ຍດຳ, ປາກົດເຫລືອງ, ລວມທັງເຕົ່າທຸກຊະນິດ, ແຂ້, ນົກ, ງູ ແລະ ສັດນ້ຳຊະນິດອື່ນໆ.
ໃນພິທີ, ທ່ານ ວັນໂນ ສີຫາລາດ ນາຍບ້ານໆນາໜອງຜຳ ໄດ້ຍົກໃຫ້ ເຫັນປະຫວັດຄວາມເປັນມາຂອງ ວັງສະຫງວນຫ້ວຍລີ່ ໃຫ້ຮູ້ໂດຍສັງເຂບວ່າ: ແຕ່ກ່ອນ ເປັນຫ້ວຍຂະໜາດນ້ອຍ, ເປັນບ່ອນທຳມາຫາກິນຂອງປະຊາຊົນ ພາຍໃນບ້ານດ້ວຍການໃສ່ໂຕ່ງ, ໃສ່ຕ້ອນ, ຫວ່ານແຫ ແລະ ອື່ນໆ ກໍພໍໄດ້ກຸ້ມກິນໃນຄອບຄົວ. ຈາກນັ້ນ, ພາກລັດໄດ້ເຂົ້າມາພັດທະນາຫ້ວຍດັ່ງກ່າວ ໂດຍການເຮັດຝາຍຕັນນ້ຳຮ່ວມກັບຊຸມຊົນ ໃນປີ 1997 ຈຶ່ງເຮັດໃຫ້ລະດັບນ້ຳຖ້ວມຂຶ້ນເປັນບໍລິເວນກວ້າງ ປະຊາຊົນກໍໄດ້ນຳໃຊ້ນ້ຳ ດັ່ງກ່າວ ເຂົ້າໃນການຜະລິດປູກເຂົ້າໄດ້ ສອງລະດູ, ຕໍ່ມາໃນປີ 2019 ອຳນາດການປົກຄອງບ້ານ ກໍໄດ້ກຳນົດເອົາເຂດວັງ ຫ້ວຍລີ່ ເປັນເຂດສະຫງວນປາ, ແຕ່ປະຊາຊົນກໍໄດ້ລັກລອບທຳ ມາຫາກິນ, ຕໍ່ມາທີມງານອະນຸລັກສັດນ້ຳ ແລະ ຊີວະນາໆພັນປະຈຳລາວ ກໍໄດ້ປຶກສາຫາລື ພ້ອມທັງໄດ້ມີການສຳຫລວດສັດນ້ຳຢູ່ວັງສະຫງວນແຫ່ງນີ້, ໃນເບື້ອງຕົ້ນພົບເຫັນວ່າ ພື້ນທີ່ດັ່ງກ່າວພົບເຫັນປາຈຳນວນ 27 ຊະນິດ ໂດຍການຄິດໄລ່ປະສິດທິພາບ ຂອງການຫາປາດ້ວຍມອງສະ ເລ່ຍ 130 ກຣາມ/ຊົ່ວໂມງ.
ດັ່ງນັ້ນ, ໂຄງການອະນຸລັກສັດນ້ຳ ແລະ ຊີວະນາໆພັນປະຈຳລາວ ຮ່ວມກັບເມືອງຊົນນະບູລີ ຈຶ່ງໄດ້ກຳນົດເອົາວັງ ຫ້ວຍລີ່ ເປັນວັງສະຫງວນຂອງ ເມືອງ ແລະ ບ້ານ, ເຊິ່ງມີລວງ ຍາວຕາມສາຍຫ້ວຍ 435 ແມັດ, ລວງກວ້າງສະເລ່ຍ 100 ແມັດ, ລວງຮອບຂອງວັງ 1,​790 ແມັດ, ຄວາມເລິກສະເລ່ຍ 4,4 ແມັດ, ມີເນື້ອທີ່ລວມທັງໝົດ 5,5 ເຮັກຕາ.

error: Content is protected !!