ເຈົ້າພາບຈອດພຽງຮອບ 4ທີມ ຫຼັງເສຍໃຫ້ນະຄອນຫຼວງ 1-2ປະຕູ ເຕະບານຊຽງຂວາງເກມ

ການແຂ່ງຂັນບານເຕະຊາຍ ງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ເດີນທາງມາຮອດຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍແລ້ວ ໃນວັນທີ 19ທັນວາ 2022 ທີ່ສະໜາມກິລາໄຫຫີນ ຄູ່ທໍາອິດ ແຂວງວຽງຈັນ ພົບ ແຂວງເຊກອງ ແລະ ຄູ່ທີ 2 ແຂວງຊຽງຂວາງເຈົ້າພາບ ພົບ ນະຄອນຫຼວງວຽງຈັນ.

ຜົນການແຂ່ງຂັນຄູ່ທໍາອິດປາກົດວ່າ ແຂວງວຽງຈັນ ທີ່ເຫຼືອຜູ້ຫຼີ້ນພຽງ 10ຄົນ ຫຼັງຈາກ ຄໍາມະນີ ທອງດາວົງ ໄດ້ໃບແດງຖືກໄລ່ອອກຈາກສະໜາມໃນທ້າຍເກມ ນາທີ 82 ຢັນສະເໜີ ເຊກອງ ໃນເວລາປົກກະຕິ ແລະ ຕໍ່ເວລາພິເສດ 0-0ປະຕູ ເຮັດໃຫ້ຕ້ອງຕັດສິນກັນດ້ວຍການດວນຈຸດໂທດ ແຕ່ເປັນແຂວງວຽງຈັນແມ້ນກວ່າ ຊະນະໄປ 3-2 ປະຕູ.

ຂະນະທີ່ຜົນການແຂ່ງຂັນອີກຄູ່ລະຫວ່າງຊຽງຂວາງ ພົບ ນະຄອນຫຼວງ ຜົນປາກົດວ່າ ສະເໝີກັນ 0-0 ປະຕູໃນເຄິ່ງເວລາທໍາອິດ.

ກັບເຂົ້າມາສູ່ການແຂ່ງຂັນໃນເຄິ່ງເວລາທີ 2 ນະຄອນຫຼວງ ໄດ້ປະຕູຂຶ້ນນໍາໄວ 1-0 ໃນນາທີ 46 ຈາກ ວິໄລ ກຸລັງສີ ຫຼັງຈາກນັ້ນ ນະຄອນຫຼວງ ມາໄດ້ປະຕູໜີຫ່າງເປັນ 2-0 ໃນນາທີ 74 ຈາກການປັ່ນຟຣີຄລິກສຸດງາມຂອງ ປິຍະພົງ ປະຖົມມະວົງ ແຕ່ຫຼັງຈາກນັ້ນ ເຈົ້າພາບມາໄດ້ປະຕູຕີຕື້ນຂຶ້ນມາເປັນ 1-2 ໃນນາທີ 84 ຈາກ ສຸລິ ຍັນລະສີ ແລະ ຊຽງຂວາງສືບຕໍ່ບຸກໜັກຫວັງຍິງປະຕູຕີສະ ແຕ່ສຸດທ້າຍກໍ່ໄລ່ບໍ່ທັນ ຈົບການແຂ່ງຂັນ 90 ນາທີ ເປັນ ນະຄອນຫຼວງ ຊະນະ 2-1 ປະຕູ ຜ່ານແຂ່ງ ສູຮອບຊິງຊະນະເລີດ ໄປພົບກັບ ແຂວງວຽງຈັນ ໃນວັນທີ21 ທັນວາ ເວລາ 15:45 ໂມງ ສ່ວນ ຊຽງຂວາງ ເຈົ້າພາບ ເຈົ້າໄປຊີງອັນດັບ 3 ກັບ ເຊກອງເວລາ 13:30ໂມງ ທີ່ສະໜາມກິລາໄຫຫີນ.

ພາບ-ຂ່າວ ຄ.ຄົນທໍາມະດາ

error: Content is protected !!