
ໃນປີ 2022 ທົ່ວປະເທດມີຄະດີອາຍາເກີດຂຶ້ນທັງໝົດ 6,982 ເລື່ອງ; ໃນນີ້, ກະຊວງ ປກສ ສາມາດມ້າງໄດ້ 5,788 ເລື່ອງ, ກັກຕົວຜູ້ຖືກຫາ 8,632 ຄົນ ຍິງ 1,072 ຄົນ; ທຽບໃສ່ປີ 2021 ຄະດີເພີ່ມຂຶ້ນ 611 ເລື່ອງ.
ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະພຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ໄຂຂຶ້ນໃນວັນທີ 15-16 ທັນວາ 2022 ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ກົມໃຫຍ່, ກົມກອງອ້ອມຂ້າງກະຊວງ, ປກສ ນວ ແລະ ບັນດາ ປກສ ແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ; ໃນພິທີ, ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ຂຶ້ນຜ່ານຮ່າງບົດສະຫງົບໂດຍຍົກໃຫ້ຮູ້ວ່າ: ໃນປີຜ່ານມາກະຊວງ ປກສ ໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ສາມາດແກ້ໄຂບັນຫາບັນດາລາຍຄະດີທີ່ໃຫຍ່ ແລະ ມີຄວາມຫຍຸ້ງຍາກສັບສົນ ໃຫ້ມີຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ສອດຄ່ອງກັບຫຼັກການ ວິຊາສະເພາະ ເພື່ອເຮັດໃຫ້ຫາງສຽງຂອງສັງຄົມ ທີ່ມີການສົ່ງຂ່າວຕໍ່ເຈົ້າໜ້າທີ່ດຳເນີນຄະດີ ນັບມື້ຫຼຸດໜ້ອຍຖອຍລົງ.

ໃນປີ 2022 ທົ່ວປະເທດມີຄະດີອາຍາເກີດຂຶ້ນ ທັງໝົດ 6,982 ເລື່ອງ (ບໍ່ນັບອຸປະຕິເຫດ ແລະ ອັກຄີໄພ), ສາມາດມ້າງໄດ້ 5,788 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 8,632 ຄົນ ຍິງ 1,072 ຄົນ, ຕ່າງປະເທດ 157 ຄົນ ຍິງ 16 ຄົນ; ໃນນີ້, ຄະດີຢາເສບຕິດເກີດຂຶ້ນ 4,707 ເລື່ອງ, ຄະດີອາຍາທົ່ວໄປ 1,695 ເລື່ອງ ມ້າງໄດ້ 1,081 ຄົນ, ຄະດີເສດຖະກິດ 563 ເລື່ອງ ມ້າງໄດ້ 443 ເລື່ອງ ແລະ ຄະດີຄ້າມະນຸດ 17 ເລື່ອງ.
ໃນປີ 2023 ກະຊວງ ປກສ ຈະເອົາໃຈໃສ່ວຽກງານຮັກສາຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມໂດຍສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນກໍາລັງຢ່າງເຂັ້ມງວດ ແລະ ເດັດຂາດ, ສຸມໃສ່ວຽກງານສືບສວນ-ສອບສວນ ການດໍາເນີນຄະດີອາຍາ ໃຫ້ຖືກຕ້ອງຍຸຕິທໍາ, ຖືກຕ້ອງຕາມກົດໝາຍ ແລະ ຫຼັກການວິຊາສະເພາະຢ່າງເຂັ້ມງວດ, ຫຼີກເວັ້ນການຈັບກຸມຄຸມຂັງບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ມີຫາງສຽງຈົ່ມວ່າຂອງສັງຄົມ; ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແຜນການຈັດຕັ້ງປະຕິບັດ ແຕ່ລະໄລຍະ ໃຫ້ມີປະສິດທິຜົນ ແລະ ມີການເຂົ້າຮ່ວມຢ່າງກວ້າງຂວາງ ຂອງປະຊາຊົນທຸກຊັ້ນຄົນໃນສັງຄົມ ໂດຍສຸມໃສ່ຈັດຕັ້ງປະຕິບັດຕາມ 6 ວຽກຈຸດສຸມທີ່ໄດ້ກຳນົດໄວ້.
ພາບ-ຂ່າວ: ຈັນສະໝອນ