ກໍາປູເຈຍ ຍົກເລີກການໃສ່ ຜ້າອັດປາກ-ດັງ ກາງແຈ້ງ ຫລັງອັດຕາການຮັບວັກຊີນເພີ່ມສູງຂຶ້ນ

ອ້າງຕາມແຫລ່ງຂ່າວ ຊິນຮວາ, ວັນທີ 26 ເມສາ ຜ່ານມາ, ທ່ານ ຮຸນແຊນ, ນາ ຍົກລັດ ຖະມົນຕີປະເທດ ກໍາປູເຈຍ ໄດ້ປະກາດຍົກເລີກ ຄໍາສັ່ງ ບັງຄັບໃສ່ ຜ້າອັດປາກ-ດັງ ໃນພຶ້ນທີ່ ສາທາລະນະ ແລະ ພື້ນທີ່ກາງແຈ້ງທົ່ວປະເທດ ໂດຍມີ ຜົນບັງຄັບໃຊ້ທັນທີ ຫລັງຈາກ ປະຊາຊົນ ສ່ວນໃຫຍ່ ໃນປະເທດ ໄດ້ຮັບວັກຊີນ ປ້ອງກັນ ພະຍາດ ໂຄວິດ-19 ແລ້ວ. ທ່ານ ຮຸນແຊນ ເຜີຍວ່າ ປະຊາຊົນ ສາ ມາດຕັດສິນໃຈ ໄດ້ເອງວ່າ ຈະໃສ່ຜ້າ ອັດປາກ-ດັງ ໃນພື້ນທີ່ກາງແຈ້ງ ຫລືບໍ່, ສ່ວນພື້ນທີ່ປິດ ໃນຮົ່ມທີ່ມີ ເຄື່ອງ ປັບ ອາກາດ ເຊັ່ນ: ຫ້ອງປະຊຸມ ແລະ ໂຮງຮູບເງົາ ຍັງບັງຄັບໃຫ້ໃສ່ ຜ້າອັດ ປາກ-ດັງຕໍ່ໄປ. ທ່ານຮຸນແຊນ ຫວັງວ່າ ການຍົກເລີກນີ້ ຈະຊ່ວຍແບ່ງເບົາ ພາລະທາງ ການເງິນ ຂອງປະຊາຊົນກໍາປູເຈຍ ທີ່ຕ້ອງໃຊ້ເງິນ ປະມານ 3 ລ້ານ ໂດລາສະຫະລັດ ຕໍ່ເດືອນ ໃນການຊື້ໜ້າ ກາກອະນາໄມ. ກະຊວງ ສາທາລະນະສຸກ ກໍາປູເຈຍ ລາຍງານ ການກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມຂຶ້ນ ພຽງແຕ່ 2 ຄົນ ໃນວັນທີ 26 ເມສາ ຜ່ານມາ ແລະ ບໍ່ມີລາຍງານ ຜູ້ເສຍຊີວິດໃໝ່, ເຮັດໃຫ້ປະເທດກໍາປູເຈຍ ມີຍອດຄົນເຈັບ ສະສົມ 136.230 ຄົນ ໂດຍ ລວມເຖິງ ຜູ້ເສຍຊີວິດ 3,056 ຄົນ. ສ່ວນນະຄອນ ຫລວງ ພະນົມເປັນ ບໍ່ພົບຜູ້ຕິດເຊື້ອໃໝ່ ເປັນຄັ້ງທໍາອິດ ໃນຮອບ 1 ປີຜ່ານມາ.

ທ່ານ ຮຸນແຊນ ຊີ້ແຈງວ່າ ອັດຕາ ການຮັບວັກຊີນ ປ້ອງກັນພະຍາດ ໂຄວິດ-19 ທີ່ສູງ ໄດ້ສົ່ງຜົນໃຫ້ ຜູ້ຕິດເຊື້ອຫລຸດລົງ. ໃນປັດຈຸບັນ, ຫລາຍ ກວ່າ 93% ຂອງ ປະຊາຊົນ ທົ່ວປະເທດແມ່ນ ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສແລ້ວ, 88,5% ໄດ້ຮັບວັກຊີນຄົບໂດສ 51,7% ໄດ້ຮັບວັກຊີນໂດສກະຕຸ້ນ ແລະ 9% ແມ່ນໄດ້ຮັບວັກຊີນ ໂດສກະຕຸ້ນທີສອງແລ້ວ ຊຶ່ງ ປະເທດ ກໍາປູເຈຍ ໃຊ້ວັກຊີນ ຊິໂນແວັກ ແລະ ຊິໂນຟາມ ຈາກ ສປ. ຈີນ ເປັນສ່ວນ ໃຫຍ່. ປະເທດກໍາປູເຈຍ ຈະດໍາເນີນກິດຈະກໍາ ທາງເສດຖະກິດ ແລະ ສັງຄົມ ຢ່າງເຕັມຮູບແບບ ອີກຄັ້ງ, ພ້ອມທັງ ເປີດຊາຍແດນ ຕ້ອນຮັບນັກ ເດີນທາງ ທີ່ໄດ້ຮັບວັກຊີນ ປ້ອງກັນພະຍາດ ໂຄວິດ-19 ແລ້ວ ໂດຍບໍ່ຕ້ອງ ກັກໂຕ ນັບແຕ່ ເດືອນພະຈິກ ປີກາຍນີ້, ສົ່ງຜົນໃຫ້ ເສດຖະກິດ ຂອງປະ ເທດ ໃນປີ 2021 ຟື້ນຕົວດ້ວຍ ອັດຕາການເຕີບໂຕ ໃນແງ່ບວກ 3% ພາຍຫລັງ ທີ່ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ຈາກພະຍາດໂຄວິດ-19 ເມື່ອປີ 2020.

error: Content is protected !!