ກະຊວງ ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ຊຽງຂວາງ ເກມ

ກະຊວງປ້ອງກັນປະເທດ ຫຼື ປກຊ ກວາດ 5 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 16 ຫຼຽນ ຄອງເຈົ້າຫຼຽນຄຳ ການແຂ່ງຂັນກິລາ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ. ຂະນະທີ່ເຈົ້າພາບ ແຂວງຊຽງຂວາງ ຍາດໄດ້ 4 ຫຼຽນຄຳ, 2 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 15 ຫຼຽນ ໄດ້ອັນດັບ 2 ສ່ວນ ນະຄອນຫຼວງວຽງຈັນ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 11 ຫຼຽນ ໄດ້ອັນດັບ 3.

ການແຂ່ງຂັນປັນຈັກກສີລັດ ຊຽງຊວາງ ເກມ ໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 8-12 ທັນວາ 2022 ທີ່ສະໂມສອນກິລາໂຮງຮຽນພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ຊຶ່ງລາຍການດັ່ງກ່າວ ມີນັກກິລາຈຳນວນ 96 ຄົນ ມາຈາກ ກະຊວງປ້ອງກັນປະເທດ, ນະຄອນຫຼວງວງຽງຈັນ, ເຈົ້າພາບ ແຂວງຊຽນຂວາງ, ແຂວງສາລະວັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ແຂວງຄຳມ່ວນ ຊີງກັນທັງໝົດ 20 ຫຼຽນຄໍາ, 20 ຫຼຽນເງິນ ແລະ 32 ຫຼຽນທອງ ລວມທັງໝົດ 72 ຫຼຽນ, ໃນນັ້ນ ປະເພດຟ້ອນມີການຊີງໄຊ 6 ຫຼຽນຄຳ ແລະ ປະເພດຕໍ່ສູ້ 14 ຫຼຽນຄຳ.

ຕະຫຼອດໄລບະການແຂ່ງຂັນກິລາປັນຈັກສີລັດ ຊຽງຂວາງ ເກມ ສຳລັບ ປະເພດຟ້ອນ ອັນດັບທີ 1 ກະຊວງກ້ອງກັນປະເທດ ໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ, 2 ຫຼຽນທອງ ອັນດັບທີ 2 ແຂວງຊຽງຂວາງ ໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ 1 ຫຼຽນທອງ. ອັນດັບທີ 3 ແຂວງສາລະວັນ ໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ 1 ຫຼຽນທອງ ອັນດັບທີ 4 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ 1 ຫຼຽນຄຳ ອັນດັບທີ 5 ແລະ ອັນດັບທີ 6 ນະຄອນຫຼວງວຽງຈັນ ໄດ້ 1 ຫຼຽນເງິນ 2 ຫຼຽນທອງ.

ສ່ວນປະເພດຕໍ່ສູ້ປ້ອງກັນຕົວ ອັນດັບທີ 1 ກະຊວງກ້ອງກັນປະເທດ ໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ, 6 ຫຼຽນທອງ, ອັນດັບທີ 2 ແຂວງຊຽງຂວາງ ໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ 8 ຫຼຽນທອງ ອັນດັບທີ 3 ນະຄອນຫຼວງວຽງຈັນ ໄດ້ 2 ຫຼຽນຄຳ, 4 ຫຼຽນເງິນ 1 ຫຼຽນທອງ, ອັນດັບທີ 4 ແຂວງສະຫວັນນະເຂດ ໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ 3 ຫຼຽນທອງ ອັນດັບທີ 5 ແຂວງຄຳມ່ວນ ໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ 2 ຫຼຽນທອງ ອັນດັບທີ 6 ກະຊວງປ້ອງກັນຄວາມສະຫງົບ ໄດ້ 2 ຫຼຽນຄຳ, 2 ຫຼຽນທອງ, ອັນດັບທີ 7 ແຂວງວຽງຈັນ ໄດ້ 1 ຫຼຽນຄຳ, 3 ຫຼຽນທອງ ແລະ ອັນດັບທີ 8 ກະຊວງປພະລັງງານ ແລະ ບໍ່ແຮ່ ຍາດໄດ້ 3 ຫຼຽນເງິນ ແລະ 1 ຫຼຽນທອງ.

ສະຫຼຸບຫຼຽນລາງວັນ ກິລາປັນຈັກສີລັດ ຊຽງຂວາງ ເກມ ເຈົ້າຫຼຽນຄຳ ຕົກເປັນຂອງ ກອງທັບ ຍາດໄດ້ 5 ຫຼຽນຄຳ, 3 ຫຼຽນເງິນ 8 ຫຼຽນທອງ, ອັນດັບທີ 2 ແຂວງຊຽງຂວາງ ໄດ້ 4 ຫຼຽນຄຳ, 2 ຫຼຽນເງິນ 9 ຫຼຽນທອງ ແລະ ທີ 3 ນະຄອນຫຼວງວຽງຈັນ ໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ 3 ຫຼຽນທອງ.

ຂ່າວໂດຍ ສົງການ ພັນແພງດີ

error: Content is protected !!