ຂປລ. ໃນຕອນເຊົ້າຂອງວັນທີ 12 ທັນວາ 2022 ນີ້, ຄະນະພັກ, ອົງການປົກຄອງທຸກຂັ້ນ ຕະ ຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວແຂວງຊຽງຂວາງ ໄດ້ຈັດພິທີຂໍໄຟສັກສິດຈາກວັດສັນຕິພາບ ໂພນສະຫວັນ ເມືອງແປກເເຂວງຊຽງຂວາງ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 13-22 ທັນວາ 2022 ນີ້, ເຊິ່ງຈະໄດ້ແຫ່ແລ່ນທວນໄຟດັ່ງກ່າວ, ອອກຈາກວັດ ເຂົ້າສະໜາມກິລາໄຫຫີນ ບ້ານຄັງໜອງຫລວງ ເມືອງແປກ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ພຸດ ສີມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າເເຂວງຊຽງຂວາງ, ມີການນໍາກະຊວງສຶກສາທິການ ແລະ ກິລາ, ການ ນໍາທີ່ມາຈາກແຂວງຕ່າງໆ ໃນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງແປກ ລາຍງານໃຫ້ຮູ້ວ່າ: ທວນໄຟສັກສິດ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນຳນັກກິລາ ທີ່ມາຈາກບັນດາແຂວງໃນທົ່ວປະເທດ, ພ້ອມກັນສ້າງໃຫ້ໄດ້ນັກກິລາ ທີ່ດີເດັ່ນໃນວົງການກິລາລາວ ແລະ ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້, ບັນລຸຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້.
ວັດສັນຕິພາບ ໂພນສະຫວັນ ເປັນສະຖານທີ່ສັກສິດ, ເປັນປູສະນິຍະສະຖານ ມໍລະດົກວັດທະນາທຳອັນລ້ຳຄ່າ, ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ, ໂດຍສະເພາະຂອງຊາວເມືອງແປກ ມາແຕ່ບູຮານນະການ.
ຂ່າວ: ທະນູທອງ
Closed for Private Event - am - pm Closed for private facility rental. As you might expect from its name, this Whirlpool cooktop has five burners, including one in the middle for increased flexibility.