ຈາກເຫດການລົດກະບະວີໂກ້ສີປອນເງິນ ເລກທະບຽນ ຫຼວງນ້ຳທາ 9789 ທີ່ເດີນທາງມາຈາກເມືອງບຸນໄຕ້ແຂວງຜົ້ງສາລີເກີດເສຍຫຼັກຕົກລົງຂົວວັງອີງເມືອງຫຼາແຂວງອຸດົມໄຊໃນເວລາ 12:53 ນາທີ ຂອງວັນທີ 7 ທັນວາ 2022 ເຊີ່ງເປັນວັງທີ່ເລິກ.
ຕາມຂໍ້ມູນຈາກເຈົ້າໜ້າທີ່ໃຫ້ຮູ້ວ່າຢູ່ໃນລົດຄັນດັ່ງກ່າວມີທັງໜົດ 4 ຄົນໃນນັ້ນເປັນຊາຍ 2 ຄົນ, ຍິງ 2 ຄົນ, ສາມຄົນຢູ່ບ້ານ ໝູຕື່ນນ້ອຍ, ເມືອງ ບຸນໄຕ້, ແຂວງ ຜົ້ງສາລີ ແລະ ອີກ 1 ຄົນ ແມ່ນຢູ່ບ້ານ ໝູຕື່ນ, ເມືອງ ນາໜໍ້ ແຂວງ ອຸດົມໄຊ.
ປັດຈຸບັນ ເຈົ້າໜ້າທີ່ກູ້ໄພອົງການກາແດງ ແຂວງ ອຸດົມໄຊສົມທົບກັບປະຊາຊົນ ເມືອງ ຫຼາ ໄດ້ດຳລົງນ້ຳເລິກກວ່າ 11 ແມັດແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກລົງໄປ ຄາດວ່າທັງ 4 ຄົນແມ່ນເສຍຊີວິດແລ້ວ ເນື່ອງຈາກເປັນວັງເລິກ.
ເນື່ອງຈາກຂາດອຸປະກອນຈຶ່ງເຮັດໃຫ້ບໍ່ສາມາດກູ້ຂື້ນມາໄດ້ ປະຈຸບັນທີມຄົ້ນຫາທາງນໍ້າມາຈາກນະຄອນຫຼວງວຽງຈັນພ້ອມອຸປະກອນໄດ້ກະກຽມລົງກູ້ຄາດວ່າຈະເອົາຂື້ນມາໄດ້ໃນຕອນບ່າຍມື້ນີ້
8 ທັນວາ 2022 ລາຍງານຈາກຈຸດເກີດເຫດເມືອງຫລາ, ແຂວງ ອຸດົມໄຊ.



ຂ່າວ: ສະຖານີ ວິທະຍຸແລະໂທລະພາບ ແຂວງອຸດົມໄຊ