ຄວາມຄືບໜ້າ! ໂຄງການທະລຸເສັ້ນທາງແຕ່ ເມືອງ ໂພນທອງ ແຂວງ ຫຼວງພະບາງ ຫາ ເມືອງ ໃໝ່ ແຂວງ ຜົ້ງສາລີ

ທ້າຍເດືອນ ພະຈິກ ທີ່ຜ່ານມາ, ຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການທະລຸເສັ້ນທາງ ແຕ່ບ້ານນາວັດເມືອງໂພນທອງແຂວງຫຼວງພະບາງ ຫາ ບ້ານສົບຮຸນ ເມືອງໃໝ່ ແຂວງຜົ້ງສາລີ ນໍາໂດຍ ທ່ານ ສົມວອນ ແກ້ວຄຳພອນ ສະມາຊິກພາປະຊາຊົນແຂວງ ປະຈຳເຂດເລື່ອກຕັ້ງເມືອງໂພນທອງພ້ອມດ້ວຍຄະນະ.

ຈາກນັ້ນຄະນະຮັບຜິດຊອບໂຄງການພ້ອມກັບບໍລິສັດຮັບເໝົາໂຄງການ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສຳເລັດແລ້ວມີດັ່ງນີ: ເປີດກວ້າງຂະຫຍາຍໜ້າທາງ 3,5 ກິໂລແມັດບັນລຸ 53,19%,ທະລຸທາງໃໝ່ 3,7 ກິໂລແມັດບັນລຸ 78,31%, ລະເມີດຫີນບັນລຸ 0,00%,ລັ່ນຄ້ອຍບັນລຸ 35,01%,ຖົມດີນ ບັນລຸ 0,00%, ວາງທໍ່ທົມໃໝ່ຄົບຊຸດຕາມແບບຍັງບໍ່ບັນລຸຕາມຄາດໝາຍ,ໂອກາດນີ້ຄະນະຮັບຜິດຊອບໂຄງການກວດກາຕີລາຄາວຽກທີ່ສຳເລັດຄິດໄລ່ເປັນມູນຄ່າ 522.237.375 ກີບ, ເທົ່າກັບ 55,64% ຂອງມູນຄ່າສັນຍາ,ໜ້າວຽກທີ່ຈະສຶບຕໍ່ແມ່ນບໍລີສັດທີ່ຮັບເໝົາກໍ່ສ້າງຈະເປັນຜູ້ຈັດຕັ້ງປະຕິບັດໃຫ້ສຳເລັດ100% ຈົນກວາຈະມີການມອບຮັບຢ່າງເປັນທາງການໃນມໍ່ນີ້.

____

Cr. Media Laos

These pads use ceramic compounds and copper fibers in place of the semi-metallic pad's steel fibers. In other cases, the disease can assume intensity and eventually become so serious that normal lifestyles of patients are severely affected. There are different variants of similar software available for different pricing, operating systems and specific requirements.
error: Content is protected !!