ຍີ່ປຸ່ນ ພັດທະນາຫຸ່ນຍົນປອກກ້ວຍ

ການປອກກ້ວຍ ອາດເປັນເລື່ອງງ່າຍໆ ສໍາລັບມະນຸດ, ແຕ່ລໍາລັບຫຸ່ນຍົນ ເປັນເລື່ອງທີ່ບໍ່ງ່າຍເລີຍ ເພາະຫຸ່ນຍົນອາດເຮັດໃຫ້ກ້ວຍເລະໄດ້ໃນຄັ້ງດຽວ. ແຕ່ຄວາມສໍາເລັດຂອງທີມວິໄຈຈາກ ມະຫາວິທະຍາໄລໂຕກຽວ ເຮັດໃຫ້ຫຸ່ນຍົນ 2 ແຂນ ສາມາດປອກກ້ວຍໄດ້ໂດຍບໍ່ເຮັດໃໃຫ້ກ້ວຍເລະ ແລະ ສາມາດນໍາມາໃຊ້ຊ່ວຍເຫຼືອຜູ້ທີ່ມີບັນຫາການໃຊ້ກ້າມຊີ້ນໄດ້ຕໍ່ໄປ.

ເປັນຫຍັງການປອກກ້ວຍໄດ້ໂດຍບໍ່ເລະ ຈຶ່ງເປັນເລື່ອງສໍາຄັນ? ເພາະໃຜໆກໍປອກກ້ວຍໄດ້ທັງນັ້ນ ແຕ່ບໍ່ແມ່ນສິ່ງທີ່ຫຸ່ນຍົນຈະເຮັດໄດ້. ຜ່ານມາ ຫຸ່ນຍົນອາດຈະຊ່ວຍເລື່ອງຍາກໆ ໄດ້ສາລະພັດ ແຕ່ສໍາລັບການປອກກ້ວຍ ອາດເປັນເລື່ອງຍາກ ເນື່ອງຈາກກ້ວຍເປັນໝາກໄມ້ທີ່ອ່ອນນິ່ມ ອາດຈະເລະຄາແຂນຫຸ່ນຍົນໄດ້ງ່າຍໆ.

ການພັດທະນາໃຫ້ແຂນກົນຫຸ່ນຍົນ ສາມາດຄວບຄຸມການໃຊ້ນໍ້າໜັກໄດ້ ຍ່ອມໝາຍເຖິງຄວາມສາມາດຂອງຫຸ່ນຍົນໃນການເຮັດວຽກທີ່ລະອຽດອ່ອນ ແຕ່ມີຄວາມຄ່ອງຕົວໄດ້ເປັນຢ່າງດີ ໂດຍຫຸ່ນຍົນສາມາດໃຊ້ເວລາປະມານ 3 ນາທີ ໃນການປອກກ້ວຍໄດ້ສໍາເລັດ. ຄວາມທ້າທາຍຂອງການທົດລອງນີ້ ຢູ່ທີ່ລັກສະນະຂອງກ້ວຍແຕ່ລະໜ່ວຍ ທີ່ມີຄວາມແຕກຕ່າງກັນ, ແຕ່ຫຸ່ນຍົນກໍສາມາດເຮັດພາລະກິດໄດ້ສໍາເລັດ ໂດຍບໍ່ມີມະນຸດຄອຍຊ່ວຍເຫຼືອ.

ທີມວິໄຈ ມະຫາວິທະຍາໄລໂຕກຽວ ປະເທດຍີ່ປຸ່ນ ໄດ້ພັດທະນາແຂນກົນຫຸ່ນຍົນ ທີ່ຄວບຄຸມການເຮັດວຽກດ້ວຍລະບົບ AI ໃຫ້ຫຸ່ນຍົນ ຮຽນຮູ້ວິທີການປອກກ້ວຍ ຈາກຂໍ້ມູນທີ່ປ້ອນເຂົ້າໄປ ໂດຍແຂນກົນທັງ 2 ຂ້າງຈະຄ່ອຍໆ ໝຸນກ້ວຍ ແລະ ປອກຢ່າງຊ້າໆ ຈົນມັນປອກໄດ້ສໍາເລັດ ແລະ ບໍ່ເລະ. ຜົນຮັບທີ່ໄດ້ ພົບວ່າ ຫຸ່ນຍົນເຮັດໄດ້ສໍາເລັດ 57% ຈາກກ້ວຍທັງໝົດ.

ຄວາມສໍາເລັດຂອງການທົດສອບປອກກ້ວຍ ເປັນການພິສູດໄດ້ວ່າ ຫຸ່ນຍົນສາມາດເຮັດສິ່ງທີ່ລະອຽດກ່ອນໄດ້ເຊັ່ນກັນ ແລະ ສາມາດນໍາໄປຕໍ່ຍອດ ເພື່ອປັບປຸງຄຸນນະພາບຊີວິດ ໃນການຊ່ວຍເຫຼືອຄົນທີ່ມີບັນຫາການໃຊ້ກ້າມຊີ້ນໄດ້ ໂດຍນໍາຫຸ່ນຍົນມາປະຍຸກໃຊ້ງານນ້ອຍໆ ພາຍໃນເຮືອນ ເຊັ່ນ ການເປີດຂວດນໍ້າ, ບີບຫຼອດຢາສີແຂ້ວ ຫຼື ເຮັດສິ່ງຈໍາເປັນອື່ນໆ ທີ່ຄົນມີບັນຫາກ້າມຊີ້ນ ບໍ່ສາມາດເຮັດໄດ້ດ້ວຍຕົນເອງ.

ຂໍ້ມູນຈາກ: reutersvoanewsfuturism

error: Content is protected !!