ໃນລະຫວ່າງວັນທີ 28-29 ພະຈິກ 2022 ນີ້, ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນຂອງຂອງສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີທ່ານຮອງປະທານ, ຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອພິຈາລະນາ ຄົ້ນຄວ້າຫລາຍບັນຫາສຳຄັນ.

ກອງປະຊຸມດັ່ງກ່າວ, ໄດ້ຮັບຟັງການລາຍງານຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດສະຫຼຸບຂາດຕົວກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະ ຈຳປີ 2022 ແລະ ແຜນການປີ 2023; ລາຍງານກ່ຽວກັບສະພາບການຂົນສົ່ງແຮ່ທາດແບບທົດລອງ ແລະ ການຂົນສົ່ງແບບອື່ນໆ ຜ່ານບັນດາເສັ້ນທາງຕ່າງໆຢູ່ທ້ອງຖິ່ນຕ່າງໆ; ລາຍງານກ່ຽວກັບການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຈຳນວນ 6 ສະບັບຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ, ກົດໝາຍວ່າດ້ວຍທະນາຍຄວາມ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດ ໝາຍວ່າດ້ວຍອົງການໄອຍະການທະຫານ ແລະ ກົດໝາຍວ່າດ້ວຍທຸລະກຳທາງອີເລັກໂຕຣນິກ; ລາຍງານຂໍທິດຊີ້ນຳກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ 2023-2025; ລາຍງານກ່ຽວກັບການກະກຽມຮອບດ້ານໃຫ້ແກ່ການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.

ພ້ອມນີ້, ກອງປະຊຸມ ຍັງໄດ້ລາຍງານຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 43 ແລະ ຢ້ຽມຢາມຢ່າງເປັນທາງການ ຢູ່ຣາຊະອານາຈັກກຳປູເຈຍ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊິ່ງນໍາພາໂດຍ ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນລະຫວ່າງວັນທີ 20-26 ພະຈິກ 2022.
ຂ່າວ: ສຸພາວັນ
ພາບ: ກຸກກິກ