
ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູງກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ເປັນຄົນທຳອິດ ຂອງ ສປປ ລາວ ທີ່ຮັບ “ຫຼຽນຄຳ ທີ່ລະນຶກກຳແພງເມືອງຈີນ” ເປັນຫຼຽນທີ່ສະແດງເຖິງການຍ້ອງຍໍຊົມເຊີຍສູງສຸດຂອງກະຊວງປ້ອງກັນຄວາມສະຫງົບ ສປ ຈີນ.
ພິທີປະດັບຫຼຽນດັ່ງກ່າວໄດ້ຈັດຂຶ້ນໃນວາລະການດຳເນີນກອງປະຊຸມ ເວທີປຶກສາຫາລືຫຼຽນຢູນກາງ ໃນຫົວຂໍ້: “ ການຮ່ວມມືສ້າງປະຊາຄົມຄວາມໝັ້ນຄົງສາກົນ ເພື່ອຕອບສະໝອງການປ່ຽນແປງຂອງໂລກ” ໃນວັນທີ 29 ພະຈິກ 2022 ໃນຮູບແບບກອງປະຊຸມທາງໄກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫວາງ ສ່ຽວ ຫົງ ເລຂາທິການສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ສະຫາຍ ເຈິງ ເຫວີຍ ຊູງ ຮອງປະທານຄະນະກຳມະການສະກັດກັ້ນ ແລະ ຕ້ານຢາເສບຕິດແຫ່ງຊາດຈີນ ປະທານກອງປະຊຸມເວທີປຶກສາຫາລືຫຼຽນຢູນກາງ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ພົນເອກ ວິໄລ ຫຼ້າຄຳຟອງ ກ່າວສະ ແດງຄວາມຮູ້ສຶກປຶ້ມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ເຖິງຄວາມໄວ້ເນື້ອເຊື່ອໃຈ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ, ທັງເປັນການຢັ້ງຢືນຕໍ່ຜົນງານ ແລະ ໄຊຊະນະຂອງການຊີ້ນຳ-ນຳພາ ໃນຂົງເຂດວຽກງານປ້ອງກັນຄວາມສະ ຫງົບ ໃນໄລຍະຜ່ານມາ, ທ່ານ ກ່າວວ່າ: “ຂ້າພະເຈົ້າຮູ້ສຶກ ພາກພູມໃຈ ທີ່ໄດ້ຮັບກຽດ ເປັນຄົນທຳອິດ ຂອງ ສປປ ລາວ ເພື່ອຮັບ “ຫຼຽນຄຳ ທີ່ລະນຶກກຳແພງເມືອງຈີນ” ເຊິ່ງເປັນຫຼຽນທີ່ສະແດງເຖິງການ ຍ້ອງຍໍຊົມເຊີຍສູງສຸດ ຂອງກະຊວງປ້ອງ ກັນຄວາມສະຫງົບ ສປ ຈີນ ຕໍ່ເພື່ອນມິດສາກົນ ຜູ້ທີ່ປະກອບສ່ວນອັນພົ້ນເດັ່ນ ໃນການຊຸກຍູ້ການຮ່ວມມືສາກົນ ໃນດ້ານປະຕິບັດກົດໝາຍ ແລະ ການຮັກສາຄວາມສະຫງົບປອດໄພ, ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ”.

“ຂ້າພະເຈົ້າ ເຊື່ອໝັ້ນວ່າ ໂດຍຄວາມພະຍາຍາມຮ່ວມກັນຂອງທຸກຝ່າຍ ເວທີປຶກສາຫາລືຫຼຽນຢູນກາງ ຈະກາຍເປັນເວທີສຳຄັນໜຶ່ງ ໃນການເຕົ້າໂຮມບັນດາການນຳລັດຖະບານປະເທດຕ່າງໆ, ທັງພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນສ້າງຕັ້ງ, ຮ່ວມກັນຄຸ້ມຄອງ, ຮ່ວມກັນສົ່ງເສີມການປະຕິບັດກົດໝາຍ ແນໃສ່ສ້າງຄວາມປອດໄພໃນການດໍາລົງຊີວິດຂອງປະຊາຊົນ ແລະ ສ້າງສະພາບແວດລ້ອມອັນເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ນັບດີຂຶ້ນ” ພົນເອກ ວິໄລ ຫຼ້າຄຳຟອງ ກ່າວ.
ພາບ-ຂ່າວ: Lao National Radio