ທ່ານ ນາງ ວິລະວອນ ພັນທະວົງ ລົງຢ້ຽມຢາມເຂດເສດຖະກິດພິເສດ

ໃນລະຫວ່າງທີ່ລົງມາເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ ຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃນວັນທີ 28 ພະຈິກ 2022, ທີ່ສະໜາມບິນສາກົນບໍ່ແກ້ວ ໄດ້ຕ້ອນຮັບ ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ທ່ຽວຊົມທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຕ້ອນຮັບໂດຍ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ.

ທ່ານ ໂຕກ່ຽວ ແກ້ວກຸນນະບຸດ ສ່ວຍສາອາກອນປະຈໍາເຂດເສດຖະກິດສາມຫຼ່ມຄໍາ ຕາງໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ປັດຈຸບັນການກໍ່ສ້າງສະຫນາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມຄືບຫນ້າໄປແລ້ວ 86% ຄາດການວ່າຈະກໍ່ສ້າງໃຫ້ສໍາເລັດສົມບູນໃຫ້ໄດ້ ພາຍໃນປີ 2023 ທີ່ຈະມາຮອດນີ້ ເຊິ່ງສະຫນາມບິນສາກົນບໍ່ ແກ້ວມີມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາ ສະຫະລັດ ໃນເນື້ອທີ່ 300 ເຮັກຕາ ສາມາດຮອງຮັບຜູ້ໂດຍສານໄດ້ສູງສຸດປະມານ 1.500.000 ຄົນ ຫາ 2.000.000 ຄົນຕໍ່ປີ. ເມື່ອໂຄງການນີ້ກໍ່ສ້າງສໍາເລັດສົມບູນ ຈະ ຊ່ວຍຊຸກຍູ້ໃຫ້ວຽກງານດ້ານການ ຂົນສົງ ຄົມມະນາຄົມທາງອາກາດ ພາຍໃນແຂວງບໍ່ແກ້ວ ກໍຄືລາວກັບບັນດາປະເທດໃກ້ຄຽງ ມີຄວາມເຂັ້ມແຂງ ທັງສາມາດເຊື່ອມໂຍງກັບສາກົນໄດ້ເປັນຢ່າງດີ ແລະ ຍັງສາມາດສ້າງເງື່ອນໄຂອໍານວຍຄວາມສະດວກ ດ້ານການລົງທຶນ ການທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃນຕໍ່ຫນ້າ.

ພ້ອມກັນນັ້ນ ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍຍັງໄດ້ໄປທ່ຽວຊົມໂຄງການພັດທະນາຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ນັ້ນກໍ່ຄື: ໂຄງການພັດທະນາກະສິກຳຟາມງົວ ປັດຈຸບັນມີງົວທັງໝົດ 5.000 ກວ່າໂຕ ແລະ ໃນອະນາຄົດຍັງຈະໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ທ່ຽວຊົມທ່າເຮືອຂົນສົ່ງສີນຄ້າ, ທ່າເຮືອສາມຫຼ່ຽມຄຳ ແລະ ອີກໜື່ງສະຖານທີ່ທ່ອງທ່ຽວຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ນັ້ນກໍຄືປ່ອງຢ້ຽມສາມຫຼ່ຽມຄຳ ຫຼື ດອນຊາວ ພ້ອມລົງທ່ຽວຊົມໂຄງການກໍ່ສ້າງຕະຫຼາດວັດທະນະທຳ ນາໆຊາດ ທີ່ກຳລັງກໍ່ສ້າງໄດ້ສຳເລັດ 80% ແລ້ວຄາດວ່າຈະໃຫ້ບໍລິການໃນປີ 2023 ນີ້.

ທ່ານ ນາງ ວິລະວອນ ພັນທະວົງ ຍັງໄດ້ກ່າວອີກວ່າ ສະຖານທີ່ແຫ່ງນີ້ມີຄວາມສວຍສົດງົດງາມາຫຼາຍ ຫວັງວ່າໃນຕໍ່ໜ້າຈະສາມາດພັດທະນາຂຶ້ນໄປເລື່ອຍໆ ເຊິ່ງພາຍຫລັງສຳເລັດຈາກການທ່ຽວຊົມກໍໄດ້ເດີນທາງກັບເມືອງຫ້ວຍຊາຍໂດຍສະຫວັດດີພາບ.

(ພາບ-ຂ່າວ: ມີໄຊ)

error: Content is protected !!