
ປະຈຸບັນການປູກຝັງ-ລ້ຽງສັດໃຫ້ກາຍເປັນສີນຄ້າ ແມ່ນອີກທາງເລືອກໜື່ງຂອງປະຊາຊົນ ແລະ ຜູ້ປະກອບການ ທີ່ເປັນປັດໄຈ ສຳຄັນໃຫ້ແກ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ລວມທັງເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ເຊິ່ງ ຍາມໃດຄະນະພັກ, ອົງການປົກ ຄອງແຂວງສະຫວັນນະເຂດ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ຈາກການຜະລິດແບບທຳມະຊາດ ໄປສູ່ການຜະລິດເປັນສີນຄ້າ ໂດຍນຳໃຊ້ເຕັກນິກວິທະຍາສາດ ແລະ ວິຊາການເຂົ້າໃນການປູກ ຝັງ-ລ້ຽງສັດໃຫ້ກາຍເປັນສີນຄ້າ.

ດັ່ງ ຄອບຄົວ ລຸງ ຄຳປີວ ແສນສຸລິຍະ ອາຍຸ 68 ປີ ພະນັກງານບຳນານ ອະດີດຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດ ທະນະທຳ ແລະທ່ອງທ່ຽວເມືອງ ເຊໂປນ ກໍແມ່ນຄອບຄົວໜຶ່ງທີ່ໄດ້ຍຶດຖືເອົາການປູກຝັງ-ລ້ຽງສັດ ເປັນອາຊີບຕົ້ນຕໍພາຍຫຼັງທີ່ໄດ້ພັກ ຜ່ອນຮັບເບ້ຍບຳນານ ປະຈຸບັນ ອາໄສຢູ່ບ້ານໂພໄຊ ເມືອງເຊໂປນ ເລີ່ມຕົ້ນທຳອິດ ລຸງ ຄຳປີວ ໄດ້ກູ້ ຢືມເງິນ ຈາກທະນາຄານນະໂຍ ບາຍຈຳນວນ 30 ລ້ານກີບ ເພື່ອລົງທຶນ ຊື້ໝູມາລ້ຽງເຫັນວ່າຜົນ ຕອບຮັບໄດ້ດີສົມຄວນ ເຊິ່ງສາມາດໃຊ້ໜີ້ທະນາຄານຈົນໝົດ ແລະ ສາມາດຊື້ລົດກະບະຮຸນໄດ ໄດ້ຄັນໜຶ່ງແລ້ວມາປັບແຕ່ງເປັນລົດໂດຍສານ, ຫຼັງຈາກນັ້ນ, ປີຕໍ່ມາກໍ່ໄດ້ປູກຢາງໂບງໃສ່ດິນ ສວນຈຳນວນ 4,000 ຕົ້ນ.

ມາຮອດປະຈຸບັນ ຄອບຄົວຂອງ ລຸງ ຄຳປີວ ໄດ້ລ້ຽງງົວຈຳນວນ 24 ໂຕ, ລ້ຽງແບ້ 30 ໂຕ, ລ້ຽງໝູ, ລ້ຽງປາ ແລະ ສັດປີກອີກຈຳນວນໜຶ່ງ ເພື່ອຂາຍເປັນສິນຄ້າ ສ້າງລາຍຮັບພາຍໃນຄອບຄົວ ໂດຍສະເລ່ຍປີໜຶ່ງມີລາຍຮັບ ຈາກການຂາຍສັດລ້ຽງບໍ່ຕ່ຳກວ່າ 30 ລ້ານກີບ. ແຕ່ຍັງມີບັນຫາທີ່ເກີດຂຶ້ນກັບຜົນຜະລິດໃນປະຈຸບັນແມ່ນ ຢາງໂບງບໍ່ມີຕະຫຼາດ ຮັບຊື້ພາຍໃນເມືອງເຊໂປນ, ປູກ ມາແລ້ວບໍ່ມີບ່ອນຂາຍ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ອົງການຕັ້ງທີ່ກ່ຽວຂ້ອງຈົ່ງຊ່ວຍຊອກຫາຕະຫຼາດ ເກັບຊື້ຢາງໂບງນຳປະຊົນພາຍໃນ ເມືອງເຊໂປນຕື່ມ ເພາະຍັງມີສວນຢາງໂບງຂອງປະຊາຊົນອີກຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບ.
ແຫຼ່ງຂ່າວ-ພາບ: ສະຫວັນພັດທະນາ ແຂວງສະຫວັນນະເຂດ