ຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ເປັນເວລາຫລາຍປີ ໄດ້ສ້າງຜົນກະທົບຕໍ່ເສດຖະກິດຂອງພາກທຸລະກິດ ຈໍານວນຫລວງຫລາຍ ເພື່ອຊອກທາງອອກທີ່ເໝາະສົມ ຟາມອາໂກ ເມືອງ ປາກຊ່ອງ ,ແຂວງ ຈໍາປາສັກ ໄດ້ຫັນຈາກຟາມປູກຜັກ ໃຫ້ເປັນແຫລ່ງທ່ອງທ່ຽວເພື່ອສຸຂະພາບ ທີ່ໄດ້ຮັບຄວາມນິຍົມຈາກສັງຄົມຫລາຍ.

ທ່ານ ຟອງມະນີ ອິນສີຊຽງໃໝ່ ຜູ້ບໍລິຫານບໍລິສັດ ຟາມອາໂກ ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ ໃຫ້ສໍາພາດວ່າ: ຟາມອາໂກ ແມ່ນການລົງທຶນຂອງນັກທຸລະກິດ ຈາກປະເທດ ມາເລເຊຍ ເລີ່ມພັດທະນາໂຄງການດ້ວຍການເຮັດເຮືອນປູກຜັກ ແບບບໍ່ໃຊ້ດິນປູກ ຄືໃຊ້ລະບົບນໍ້າລ້ຽງເປັນທໍ່ ເລີ່ມກິດຈະການມາແລ້ວ 2 ປີ, ຍ້ອນມີສະພາບອາກາດເໝາະສົມຊຸ່ມເຢັນດີ ບວກກັບຄວາມມັກຮັກດ້ານກະສິກໍາ ຈຶ່ງເຂົ້າມາລົງທຶນດ້ວຍການປູກຜັກທີ່ປອດໄພໂດຍໃຊ້ລະບົບນໍ້າ, ເພາະປະຊາຊົນເຂດປາກຊ່ອງມີຄວາມດຸໝັ່ນ ປູກພືດຜັກ, ກາເຟຈໍານວນຫລາຍ ຍ້ອນແນວນັ້ນຈຶ່ງມີແນວຄິດຢາກມາພັດທະນາວຽກງານດ້ານນີ້ ໂດຍເນັ້ນໃສ່ຜັກລະດູການ ຈໍານວນ 30 ກວ່າຊະນິດ ເປັນຕົ້ນ: ຜັກກາດ, ຜັກສະລັດ, ຜັກບົ່ວ, ຫອມປ້ອມ ແລະຊະນິດອື່ນໆ ທີ່ເປັນຜັກປະຈໍາທ້ອງຖິ່ນຂອງ ລາວ. ນອກຈາກນັ້ນ, ຍັງໄດ້ນໍາເອົາຜັກຈາກຕ່າງປະເທດຈໍານວນໜຶ່ງມາທົດລອງຂະຫຍາຍພັນຕື່ມອີກ ເປັນຕົ້ນ: ສະຕໍເບີລີ, ວາສະບິ ໂດຍໃຫ້ບໍລິການນັກທ່ອງທ່ຽວ ເຂົ້າມາທ່ຽວຊົມຢູ່ໃນຟາມ ທັງໃຫ້ບໍລິການຜົນຜະລິດຢູ່ຕະຫລາດເມືອງປາຊ່ອງ, ປາກເຊ, ອັດຕະປື ແລະຕະຫລາດອົດຊີຢູ່ນະຄອນຫລວງ ວຽງຈັນ.

ຜ່ານການດໍາເນີນວຽກງານມາໄລຍະໜຶ່ງເຫັນວ່າໄດ້ຮັບຜົນສໍາເລັດດີ ມີປະຊາຊົນໃຫ້ຄວາມສົນໃຈ ແລະເຂົ້າມາໃຊ້ບໍລິການນັບມື້ນັບຫລາຍຂຶ້ນ ເພື່ອສ້າງວິກິດໃຫ້ເປັນໂອກາດ ຍ້ອນສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ທາງຟາມບໍ່ສາມາດສົ່ງຜົນຜະລິດຂອງຕົນໄປຈໍາໜ່າຍຕະຫລາດຕ່າງແຂວງໄດ້ ສະນັ້ນເລີ່ມແຕ່ປີໃໝ່ລາວເປັນຕົ້ນມາ ເຈົ້າຂອງໂຄງການຈຶ່ງຫັນທຸລະກິດຂອງຕົນ ໄປຮັບໃຊ້ການທ່ອງທ່ຽວ ດ້ວຍການໃຫ້ປະຊາຊົນເຂົ້າມາທ່ຽວຊົມ, ຮຽນຮູ້ ທັງໃຫ້ບໍລິການປຸງແຕ່ງອາຫານກັບທີ່ ແລະ ຊື້ກັບເມືອປຸງແຕ່ງເປັນອາຫານຢູ່ເຮືອນ ແລະເຫັນວ່າມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະໃຊ້ບໍລິການນັບມື້ນັບຫລາຍຂຶ້ນ ສະເລ່ຍມື້ນຶ່ງມີຜູ້ມາໃຊ້ບໍລິການປະມານ 500 ຄົນ.

ສວນອາໂກຟາມ ປະກອບມີເນື້ອທີ່ທັງໝົດ 40 ເຮັກຕາ, ສາມາດຜະລິດຜັກປອດໄພ ຫລື ໄຮໂດໂປນິກ ຊະນິດຕ່າງໆ ອອກຮັບໃຊ້ສັງຄົມໄດ້ ມື້ລະ 3ໂຕນ, ມີພະນັກງານ 180 ຄົນ ສ່ວນຫລາຍແມ່ນປະຊາຊົນໃນທ້ອງຖິ່ນ ໂດຍເນັ້ນໃຫ້ປະຊາຊົນທ້ອງຖິ່ນມີສ່ວນຮ່ວມ ສ້າງວຽກເຮັດງານທໍາ ມີລາຍຮັບທີ່ດີຂຶ້ນ ຍ້ອນແນວນັ້ນ ພະນັກງານຈໍານວນໜຶ່ງທີ່ເຂົ້າມາເຮັດວຽກ ມີປະສົບການແລ້ວກໍອອກໄປເຮັດກິດຈະກໍາຂອງຕົນເອັງໄດ້.

ທ່ານຟອງມະນີ ອິນສີຊຽງໃໝ່ໃຫ້ຮູ້ອີກວ່າ: ໃນອະນາຄົດຈະສ້າງຟາມແຫ່ງນີ້ໃຫ້ເປັນລີສອດ, ບ່ອນພັກແຮມ ເພື່ອໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວເຂດປາກຊ່ອງໄດ້ພັກຜ່ອນສໍາຜັດກັບອາກາດໜາວເຢັນອັນບໍລິສຸດ, ທັງໄດ້ຮຽນຮູ້ການປູກຜັກແບບໃໝ່ໂດຍບໍ່ໃຊ້ດິນ ທັງທ່ຽວຊົມສວນກາເຟ ແລະພືດຜັກອື່ນໆອີກ.

ຂໍ້ມູນຂ່າວໂດຍ: ຄໍາກອງ ກິດຕິຄຸນ