ຄໍາເຫັນຂອງ​ ​ທ່ານ ພັນ​ຄຳ​ ວິ​ພາ​ວັນ ກ່າວເນື່ອງ​ໃນ​ໂອ​ກາດວັນລະ​ນຶກ​ສາ​ກົນ ​ເພື່ອລຶບລ້າງທຸກຮູບແບບການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ

ວັນທີ 25 ພະຈິກ ຂອງທຸກໆປີ ເປັນວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊື່ງວົງຄະນາຍາດສາກົນ ໄດ້ຖືໂອກາດນີ້ ຢໍ້າຄືນຄວາມໝາຍໝັ້ນຂອງຕົນ ເພື່ອຕ້ານ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ. ລັດຖະບານ ແຫ່ງ ສປປ ລາວ ໃນຖານະເປັນປະເທດ ສະມາຊິກ ຂອງອົງການສະຫະປະຊາຊາດ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບວັນລະນຶກສາກົນດັ່ງກ່າວນີ້ ຊຶ່ງໃນປີນີ້ ຈະໄດ້ດໍາເນີນໄປ ພາຍໃຕ້ຫົວຂໍ້: “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ ຍິງ ແລະ ເດັກຍິງ” ຊຶ່ງໃນນັ້ນ ແມ່ນຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ພ້ອມທັງ ສົ່ງເສີມຄວາມຮູ້ ແລະ ນະວັດຕະກຳທັນສະໄໝ ໃຫ້ແກ່ປະຊາຊົນຂອງຕົນ ແນໃສ່ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໝົດໄປຕະຫຼອດການ. ໝາກຜົນຂອງຂະບວນການດັ່ງກ່າວນີ້ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອໄດ້ຮັບການສະໜັບສະໜູນ ຈາກລັດຖະບານປະເທດຕ່າງໆ, ທຸກຊັ້ນຄົນ ໃນສັງຄົມ ກໍຄື ຈາກບັນດາອົງການຈັດຕັ້ງສາກົນ.

  • ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ,

        ​ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ, ສປປ ລາວ ໄດ້ເລີ່ມຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ນັບແຕ່ປີ 2011 ເປັນຕົ້ນມາ ເພື່ອໂຄສະນາປູກຈິດສໍານຶກ ໃຫ້ທຸກພາກສ່ວນໃນສັງຄົມ ໄດ້ມີຄວາມຮັບຮູ້ເຂົ້າໃຈວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການລະເມີດສິດຂັ້ນພື້ນຖານ ຂອງແມ່ຍິງ, ເປັນການຈຳແນກ, ທັງສ້າງອຸປະສັກ ໃນການມີສ່ວນຮ່ວມໃນດ້ານຕ່າງໆ ເຊິ່ງສົ່ງຜົນກະທົບຢ່າງຫຼວງ ຫຼາຍ ຕໍ່ການພັດທະນາແມ່ຍິງ, ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ໃນໄລຍະ 01 ປີຜ່ານມາ, ລັດຖະບານແຫ່ງ ສປປ ລາວ ກໍຄື ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ຢູ່ ສປປ ລາວ, ພ້ອມທັງ ຈັດຕັ້ງຜັນ​ຂະ​ຫຍາຍມະຕິ​​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​, ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມແຫ່ງຊາດ 05 ປີ ຄັ້ງ​ທີ IX (2021-2025) ທີ່ຕິດພັນກັບ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຄວາມສະເໝີພາບ ຍິງ-ຊາຍ, ເວົ້າສະເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກ ​ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້ ໂດຍເຊື່ອມສານເຂົ້າໃນແຜນພັດທະນາຂອງບັນດາຂະແໜງການ. ອັນພົ້ນເດັ່ນແມ່ນ ໄດ້ສ້າງເຄື່ອງມື ແລະ ກົນໄກ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ພ້ອມທັງ ສ້າງຂີດຄວາມສາມາດ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ຮັບຜິດ ຊອບວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ປະກົດຜົນເປັນຈິງ.

  • ພີ່​ນ້ອງ​ຮ່ວມ​ຊາດ​ ທີ່​ຮັກ​ແພງ​ທັງຫຼາຍ

        ໃນ​ໂອ​ກາດ​ລະ​ນຶກວັນ​ສາ​ກົນ ​ເພື່ອ​ລຶບ​ລ້າງທຸກຮູບແບບ ການໃຊ້​ຄວ​າມ​ຮຸນ​ແຮງ ​ຕໍ່​ແມ່​ຍິງ ແລະ ເດັກຍິງ ປີ​ 2022, ຂ້າ​ພະ​ເຈົ້າ ຂໍ​ຮຽກ​ຮ້ອງ​ ມາ​ຍັງການ​ຈັດ​ຕັ້ງ​ພັກ-ລັດ, ແນວລາວສ້າງຊາດ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອົງ​ການ​ປົກ​ຄອງ​ທຸກຂັ້ນ, ພາກສ່ວນ​ເອ​ກະ​ຊົນ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຈົ່ງພ້ອມ​ກັນ ​ເອົາ​ໃຈ​ໃສ່ຈັດຕັ້ງ​ປະ​ຕິ​ບັດ​ວຽກ​ງານສຳຄັນ ດັ່ງ​ນີ້:

  1. ສືບຕໍ່ເອົາ​ໃຈ​ໃສ່ໂຄ​ສະ​ນາ ເພື່ອ​ປູກ​ຈິດ​ສຳ​ນຶກ ແລະ ໃຫ້ຄວາມ​ຮູ້​ກ່ຽວ​ກັບ ​ຄວາມ​ສະ​ເໜີ​ພາບ​ ຍິງ-ຊາຍ, ​ຕ້ານ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ, ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແກ່ທຸກພາກ ສ່ວນ ໃນທົ່ວສັງຄົມ ແລະ ​ຄົນຮຸ່ນໃໝ່ ໂດຍ​ສະ​ເພາະ ​ ນັກ​ຮຽນ, ນັກ​ສຶກ​ສາ ນັບ​ແຕ່​ຊັ້ນ​ອະ​ນຸ​ບານ ​ຈົນ​ຮອດຂັ້ນມະຫາວິທະຍາໄລ ໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ​; ຝຶກ​ອົບ​ຮົມ ​​ວຽກ​ງານປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງໃນໂຮງຮຽນ ໃຫ້​ຄູ​ອາ​ຈານ​ໃນ​ທຸກ​ຂັ້ນ ຮັບ​ຮູ້ ແລະ ເຂົ້າ​ໃຈ​. ພ້ອມກັນນັ້ນ, ກໍ່ປັບປຸງຫຼັກ ສູດການຮຽນ-ການສອນ ໃຫ້ເຊື່ອມສານກັບບົດບາດ ຍິງ-ຊາຍ ລວມທັງ ການໂຄສະນາວຽກງານດັ່ງກ່າວ ຜ່ານສື່ທຸກປະເພດ.
  2. ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ໂຄສະນາ ສ້າງຄວາມ​ຮັບ​ຮູ້ກ່ຽວ​ກັບ ການ​ຕ້ານທຸກຮູບແບບ ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ໃຫ້​ແກ່​ບັນ​ດາ​ຫົວ​ໜ່ວຍ​ແຮງ​ງານ​ຕ່າງໆ ລວມ​ທັງ ​​ຜູ້​ທີ່​ຈະ​ໄປ​ອອກ​ແຮງ​ງານ​​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
  3. ​ສ້າງຄວາມ​ເຂົ້າ​ໃຈ​ກ່ຽວກັບ ​ຕ້ານທຸກຮູບແບບ ການໃຊ້ຄວາມ​ຮຸນ​ແຮງ ​ໃນ​ຄອບ​ຄົວ ແລະ ຊຸມ​ຊົນ ໃຫ້ບັນດາຜູ້ຊົງຄຸນວຸດທິ, ຜູ້ອາວຸໂສ, ຜູ້​ນຳ​ຊຸມ​ຊົນ ແລະ ຜູ້ຊາຍລາວທົ່ວໄປ. ພ້ອມກັນນັ້ນ, ກໍຕ້ານ​ທັດ​ສະ​ນະຄະຕິ ທີ່​ເປັນ​ການຫຼຸດ​ຄຸນ​ຄ່າ​ຂອງ​ແມ່​ຍິງ, ເອົາໃຈໃສ່ແກ້ໄຂ​ຮີດ​ຄອງອັນຫຼ້າຫຼັງ​ ທີ່​ກົດ​ໜ່ວງຖ່ວງດຶງຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​. ສົ່ງເສີມ ໃຫ້ມີການເຄົາລົບນັບຖື ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງ ຍິງ-ຊາຍ, ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ການຈຳແນກຕໍ່ແມ່ຍິງ ແລະ ເດັກຍິງ.
  4. ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ກົນ​ໄກ​​​ຮັບຜິດຊອບ​ ໃນການໃຫ້ບໍລິການ ແລະ ​ຊ່ວຍ​ເຫຼືອ ​ຜູ້​ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ໃຫ້ເຂົ້າເຖິງ​ການປິ່ນປົວ​ ດ້ານສຸ​ຂະ​ພາບ, ​ຊ່ວຍ​ເຫຼືອ​​ດ້ານ​ກົດ​ໝາຍ, ​ໃຫ້​ຄຳ​ປຶກ​ສາ, ໃຫ້ທີ່​ພັກ​ເຊົາ, ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ ແລະ ການກັບ​ຄືນ ​ສູ່​ພູມ​ລຳ​ເນົາ​ທີ່​ປອດ​ໄພ ເພື່ອຮັບປະກັນ ໃຫ້ຜູ້ຖືກເຄາະຮ້າຍ ໄດ້ເຂົ້າເຖິງການບໍລິການຕ່າງໆ ທີ່ໄດ້ກ່າວໄປແລ້ວນັ້ນ ໃຫ້ທັນເວລາ ແລະ ຍຸຕິທຳ.
  5. ​​ທຸກ​ພາກ​ສ່ວນ ​ໃຫ້ຄວາມຮ່ວມມື ແລະ ເອົາ​ໃຈ​ໃສ່ ຈັດ​ສັນ​ຊັບ​ພະ​ຍາ​ກອນ​ມະ​ນຸດ ທີ່ມີຄວາມຮູ້ຄວາມສາມາດ, ປະສົບການ ແລະ ຈັດສັນງົບ​ປະ​ມານ​ຢ່າງເໝາະ​ສົມ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ້ານ ແລະ ສະ​ກັດ​ກັ້ນທຸກຮູບແບບ ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ຕັ້ງໜ້າຜັນຂະຫຍາຍ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ ແລະ ລຶບ​ລ້າງ​ທຸກຮູບແບບ ການໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະ​ກັດ​ກັ້ນ ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ຄວາ​ມ​ຮຸນ​ແຮງ​ຕໍ່​ເດັກ ໃຫ້​ມີ​ຜົນ​ສຳ​ເລັດຫຼາຍກວ່າເກົ່າ.

ພ້ອມດຽວກັນນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງສາກົນ, ອົງການ ຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ຢູ່ ສປປ ລາວ   ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຮ່ວມກັນ ໃນການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ນັບມື້ຫຼຸດລົງ ແລະ ໝົດໄປ ເຮັດໃຫ້ສັງຄົມລາວກາຍເປັນສັງຄົມ ທີ່ໂອບເອື້ອອາລີ ສາມັກຄີເປັນປຶກແຜ່ນ, ເປັນສັງຄົມປະຕິບັດສິດສະເໝີພາບຍິງ-ຊາຍ ທີ່ແທ້ຈິງ.

ທ້າຍ​ສຸດນີ້, ຂ້າ​ພະ​ເຈົ້າ ຂໍ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ ການ​ນຳ​ພັກ-ລັດ, ພະ​ນັກ​ງານ-ລັດ​ຖະ​ກອນ, ທະ​ຫານ, ​ຕໍາຫຼວດ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ​ໃນ​ທົ່ວ​ປະ​ເທດ ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ປະ​ສົບ​ຜົນ​ສຳ​ເລັດ ​ໃນ​ໜ້າ​ທີ່​ວຽກ​ງານ ​ອັນ​ມີ​ກຽດຂອງ​ຕົນ ​​ພ້ອມ​ທັງ ສ້າງ​ໃຫ້​ຄອບ​ຄົວ, ຊຸມ​ຊົນ ແລະ ສັງ​ຄົມ ປາ​ສະ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ. ການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງໃນປີນີ້ ພາຍໃຕ້ຫົວຂໍ້ “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກຍິງ” ຈົ່ງປະສົບຄວາມສຳເລັດ ຕາມລະດັບຄາດໝາຍ ທີ່ວາງໄວ້.

ຂໍຂອບໃຈ

error: Content is protected !!