ໃນຕອນບ່າຍຂອງ ວັນທີ 23 ພະຈິກ 2022 ດ່ານພາສີ ໜອງຄາຍ ຮ່ວມກັບຫຼາຍອົງການ ຈັບໄດ້ຂອງກາງຢາບ້າເກືອບ 4 ລ້ານເມັດ, ມີຢາໄອສ 10 ກິໂລກຣາມ ແລະ ຢາອີ 5,000 ເມັດ ລວມມູນຄ່າ 100 ລ້ານກວ່າບາດ ທີ່ຊຸກເຊື່ອງໄວ້ໃນລົດບັນທຸກນ້ຳມັນເປົ່າ ທີ່ກັບມາແຕ່ສົ່ງນ້ຳມັນຢູ່ ສປປ ລາວ.
ເບື້ອງຕົ້ນ ຄົນຂັບລົດ ສາລະພາບວ່າໄດ້ຮັບຄ່າຈ້າງ 5 ໝື່ນບາດ ຈາກຍິງສາວ ລາວ ທີ່ມີຊື່ສຽງໂດ່ງດັງ .
ຄາດວ່າຈະເຮັດຫຼາຍຄັ້ງແລ້ວ ຂະນະນີ້ ທາງເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນ ຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.
ຂໍໃຫ້ຈັບໄດ້ຜູ້ບົງການຄ້າຢາເສບຕິດຂ້າມຊາດ


