ສະຖານີລົດໄຟໂພນໂຮງ ເປີດດຳເນີນທຸລະກຳຂົນສົ່ງສິນຄ້າ ຢ່າງເປັນທາງການ

ບໍລິສັດລົດໄຟ ລາວ-ຈີນ ໄດ້ເປີດດຳເນີນທຸລະກຳ ຂົນສົ່ງສິນຄ້າສະຖານີໂພນໂຮງຢ່າງເປັນທາງການ ໃນວັນທີ 26 ເມສາ 2022 ນີ້, ສະຖານີ ໂພນໂຮງ ເປັນອີກໜຶ່ງສະຖານີ ທີ່ດຳເນີນການຂົນສົ່ງສິນຄ້າ ທີ່ສຳຄັນໃນພາກກາງຂອງ ລາວ ຮອງຈາກສະຖານີ ວຽງຈັນໃຕ້ ແລະ ສະຖານີ ວັງວຽງ ເຊິ່ງມີບົດບາດສໍາຄັນ ໃນການສົ່ງເສີມການສົ່ງອອກສິນຄ້າ ຂອງພາກກາງຂອງ ລາວ.

ອີງຕາມຂໍ້ມູນ ຈາກບໍລິສັດລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສະຖານີໂພນໂຮງ ແມ່ນສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ທີ່ສຳຄັນຂອງແຂວງວຽງຈັນ, ຕັ້ງຢູ່ທິດໃຕ້ຂອງເສັ້ນທາງລົດໄຟ ລາວ-ຈີນ, ມີແລວທາງຮັບສົ່ງລົດໄຟ 3 ແລວ, ເສັ້ນທາງຂົນສົ່ງສິນຄ້າ 2 ເສັ້ນ, ລານຂົນສົ່ງສິນຄ້າ ມີເນື້ອທີ່ຫລາຍກວ່າ 5,000 ຕາແມັດ, ໃນໄລຍະເບື້ອງຕົ້ນ ຄາດວ່າຈະສົ່ງສິນຄ້າຕົ້ນຕໍ ເປັນທາດໂປຕາສ, ແຮ່ເຫລັກ, ສັງກະສີ, ເຄື່ອງໃຊ້ໄຟຟ້າ ແລະ ສິນຄ້າທີ່ໃຊ້ໃນຊີວິດປະຈໍາວັນ. ປັດຈຸບັນ, ທາງລົດໄຟ ລາວ-ຈີນ ຍັງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຢູ່ບັນດາສະຖານີພາກເໜືອຂອງລາວ ເຊັ່ນ: ສະຖານີນາເຕີຍ ແລະ ສະຖານີຫລວງພະບາງ, ຫາກເຈົ້າຂອງສິນຄ້າຕ້ອງການດຳເນີນທຸລະກຳຂົນສົ່ງສິນຄ້າ ກໍສາມາດຕິດຕໍ່ໂດຍກົງກັບແຕ່ລະສະຖານີຂົນສົ່ງສິນຄ້າ ຫລື ໂທສອບຖາມແຕ່ລະສະຖານີໄດ້ (ສາຍດ່ວນສະຖານີວຽງຈັນໃຕ້ 891 259, ສະຖານີ ວັງວຽງ 891199, ສະຖານີນາເຕີຍ 891039, ສະຖານີຫລວງພະບາງ 891129, ສະຖາ ນີໂພນໂຮງ 891229) ເພື່ອສອບຖາມກ່ຽວກັບການດຳເນີນທຸລະກຳຂົນສົ່ງສິນຄ້າລ່ວງໜ້າ.

ນັບແຕ່ເປີດໃຫ້ບໍລິການລົດໄຟ ລາວ-ຈີນ ເປັນຕົ້ນມາ, ມາຮອດວັນທີ 25 ເມສາ 2022 ນີ້, ລົດ ໄຟ ລາວ-ຈີນ ໄດ້ສົ່ງອອກສິນຄ້າທັງໝົດຫລາຍກວ່າ 440,000 ກວ່າໂຕນ, ໃນນັ້ນສິນຄ້າຂ້າມແດນປະມານ 300,000 ໂຕນ ໂດຍໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ຝຸ່ນຊີວະພາບ, ເຄື່ອງ ໃຊ້ໃນຊີວິດປະຈໍາວັນ ໄປຈົນເຖິງເຄື່ອງເອເລັກໂທຣນິກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງມືການສື່ສານ, ລົດຍົນ, ແຜ່ນແພ, ຜັກ, ດອກໄມ້ ແລະ ອື່ນໆ ລວມກວ່າ 100 ຊະນິດ, ອັນໄດ້ເປັນບົດບາດໃໝ່ດ້ານການຂົນສົ່ງ ແລະ ການຊຸກຍູ້ດ້ານເສດຖະກິດການຄ້າ ລາວ-ຈີນ ແລະ ພາກພື້ນ ອາຊຽນ.

ຂໍ້ມູນ-ພາບ: ບໍລິສັດລົດໄຟ ລາວ-ຈີນ

error: Content is protected !!