ແຂວງ ຊຽງຂວາງ ປິດການຮຽນການສອນ ຊົ່ວຄາວ ໃນໄລຍະງານມະຫະກໍາກິລາແຫ່ງຊາດຄັ້ງ ທີ XI

ຕາມການລາຍງານຂອ ງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ອໍານາດການປົກຄອງ ແຂວງ ຊຽງຂວາງ ຈະປິດການຮຽນການສອນ ຊົ່ວຄາວ ເຊິ່ງມີໂຮງຮຽນ 19 ແຫ່ງ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນ ເລີ່ມແຕ່ວັນທີ 13-25 ທັນວາ 2022,

ສະເພາະໂຮງຮຽນຢູ່ ພາຍໃນເທດສະບານເມືອງແປກ (ກຸ່ມ 1, 2, 3) ໂດຍ ໃຫ້ພັກຮຽນ ເລີ່ມແຕ່ວັນທີ 1-25 ທັນວາ 2022 ເພື່ອໃຊ້ເປັນທີ່ພັກຄູຝຶກ, ນັກກິລາ ຈາກພາກສ່ວນຕ່າງໆ ໃນງານມະຫະກໍາກິລາແຫ່ງຊາດຄັ້ງ ທີ 11 ຫຼື ຊຽງຂວາງ ເກມ ລະຫວ່າງວັນທີ 13-22 ທັນວາ 2022 ນີ້.

ຊຽງຂວາງ ເກມ ກໍານົດສະຫນາມຮັບໃຊ້ການແຂ່ງຂັນກິລາ 5 ຈຸດ ປະກອບມີ ສະຫນາມທົ່ງໄຫຫີນ (ເປັນສະຫນາມເປີດ-ປິດ ການແຂ່ງຂັນ), ສະຫນາມໄຊຊະນະ (ບ້ານໂພນມີໄຊ), ສະຫນາມວິທະຍາໄລຄູ ຄັງໄຂ, ສະຫນາມຮົ່ມສວນມອນ (ບ້ານໂງຍ) ແລະ ສະຫນາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ.

ສ່ວນການແຂ່ງຂັນກິລາ “ຊຽງຂວາງ ເກມ” ໃນຄັ້ງນີ້ ແມ່ນມີການຊີງໄຊກັນທັງຫມົດ 25 ປະເພດກິລາ ມີ 22 ພາກສ່ວນ ໃນນັ້ນ ມີ 17 ແຂວງ, 1 ນະຄອນຫຼວງ ວຽງຈັນ ແລະ 4 ກະຊວງ ຄື ກະຊວງ ປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ ແລະ ກະຊວງພະລັງງານ ແລະ ບໍ່ແຮ່.

error: Content is protected !!