ຊຽງຂວາງ ມີສະບຽງອາຫານພຽງພໍຮອງຮັບງານກິລາ ຊຽງຂວາງເກມ 2022

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI(ຊຽງຂວາງເກມ 2022) ທີ່ຈະຈັດຂຶ້ນໃນວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ແຂວງຊຽງຂວາງ ໄດ້ມີຄວາມພ້ອມຮອບດ້ານ ໂດຍສະເພາະດ້ານສະບຽງອາຫານ ເປັນຕົ້ນ ເຂົ້າ, ໝາກໄມ້, ພືດ-ຜັກ ທັນຍາຫານ ແລະ ຜົນຜະລິດພາຍໃນແຂວງ ແມ່ນມີພຽງພໍກັບຄວາມຕ້ອງການ ເພື່ອຮອງຮັບ ມວນຊົນ ກໍຄື ທັບນັກກິລາຂອງບັນດາແຂວງ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາ.

ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງ ເມືອງແປກ ແຂວງ ຊຽງຂວາງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມຈັດງານກິລາ ຊຽງຂວາງເກມ 100%; ພ້ອມດຽວກັນນັ້ນ, ກໍໄດ້ກະກຽມດ້ານສະບຽງອາຫານ ເພື່ອຕອບສະໜອງພຽງພໍກັບຄວາມຕ້ອງການບໍລິໂພກ ເປັນຕົ້ນ ຊີ້ນ, ປາ, ໄຂ່ ເຊິ່ງທົ່ວແຂວງ ມີຟາມໄກ່ໄຂ່ 5 ຟາມ, ສາມາດຜະລິດໄຂ່ໄດ້ 1,660,000 ກວ່າໜ່ວຍ, ຟາມໄກ່ຊີ້ນ 5 ຟາມ, ມີໄກ່ 20,000 ໂຕ ແລະ ຕ້ອງນຳເຂົ້າຕື່ມ 16,000 ໂຕ, ຟາມປາ 12 ຟາມ, ຜະລິດໄດ້ 10,400 ໂຕນ, ຕ້ອງໄດ້ນຳເຂົ້າຕື່ມ 8,320 ໂຕນ, ຟາມງົວ, ຄວາຍ ມີ 10 ຟາມ, (ຄວາຍ 1 ລ້ານ ກິໂລກຣາມ/ປີ, ງົວ 6,110,000 ກິໂລກຣາມ/ປີ), ຟາມໝູ 4 ຟາມ, ມີໝູ 1,800 ໂຕ, ຕ້ອງໄດ້ນຳເຂົ້າຕື່ມປະມານ 900 ກວ່າໂຕ.

ນອກນັ້ນ, ຍັງມີອາຫານທີ່ຕ້ອງໄດ້ນຳເຂົ້າຈາກພາຍນອກຕື່ມອີກ ເຊັ່ນ: ອາຫານທະເລ ແລະ ໝາກໄມ້ ອີກຈຳນວນໜຶ່ງ ໂດຍສະເພາະແມ່ນໝາກກ້ວຍ, ໝາກກ້ຽງ ສ່ວນໝາກໄມ້ຊະນິດອື່ນ ແມ່ນຍັງບໍ່ມີ ແລະ ບໍ່ທັນພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ແຕ່ຢູ່ພາຍໃນແຂວງກໍມີພຽງໝາກໄມ້ພື້ນເມືອງ, ໝາກໄມ້ຕາມລະດູການ. ສະຫລຸບລວມແລ້ວ ຕ້ອງໄດ້ນຳເຂົ້າທັງອາຫານ ແລະ ໝາກໄມ້ ຈຳນວນໜຶ່ງ.

ຂ່າວ-ພາບ: ທະນູທອງ

error: Content is protected !!