ດ່ານພາສີສາກົນ ນໍ້າກັ່ນ ເນັ້ນອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນສະໄໝ

ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ຊຶ່ງມີຊາຍແດນຕິດກັບ ສສ ຫວຽດນາມ, ດ້ານວິຊາສະເພາະຂຶ້ນກັບພາສີປະຈຳ ແຂວງຊຽງຂວາງ, ເປັນເສນາທິການໃຫ້ກົມພາສີກະຊວງການເງິນ,ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ຖືກຕ້ອງ, ຄົບຖ້ວນ, ທັນກັບເວລາ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ທ່ານນາງ ໝອນຄໍາ ຢົງລໍຢ່າງ ຮອງຫົວໜ້າດ່ານພາສີສາກົນນໍ້າກັ່ນ ໃຫ້ສຳພາດວ່າ: ດ່ານພາສີສາກົນນໍ້າກັ່ນ ປະກອບມີ 2 ກຸ່ມວຽກ(ກຸ່ມວຽກຄຸ້ມຄອງພາຫະນະ, ຜູ້ໂດຍສານ ແລະ ກວດກາສິນຄ້າ; ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງການແຈ້ງພາສີ), ມີພະນັກງານ-ລັດຖະກອນທັງໝົດ5 ຄົນ,ຍິງ 2 ຄົນ,ຄະນະດ່ານ 03 ຄົນ,ຍິງ 01 ຄົນ. ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ຄະນະດ່ານພາສີສາກົນນໍ້າກັ່ນ ໄດ້ມີແບບແຜນວິທີເຮັດວຽກ, ມອບຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ. ພ້ອມກັນກັ້ນ, ໄດ້ປະສານສົມທົບກັບບັນ ດາຂະແໜງການກ່ຽວຂ້ອງພາຍໃນດ່ານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຖືກຕ້ອງ ແລະ ສອດ ຄ່ອງຕາມລະບຽບກົດໝາຍ. ນອກນັ້ນ, ຄະນະດ່ານຍັງໄດ້ເນັ້ນການອໍານວຍຄວາມສະດວກ ແກ່ຜູ້ປະການ, ຜູ້ໂດຍສານເຂົ້າ-ອອກຜ່ານດ່ານ, ຫັນວຽກງານພາສີເປັນທັນສະໄໝໂດຍນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າມາຊ່ວຍໃນການປະຕິບັດໜ້າທີ່ວິຊາສະເພາະ ຢ່າງກວ້າງຂວາງເປັນ ຕົ້ນ: ການແຈ້ງພາສີເປັນລາຍລະອຽດເຂົ້າ-ອອກຜ່ານລະບົບ ASYCUDA; ການຊໍາລະສະສາງຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານລະບົບ Smart Tax; ການຄຸ້ມຄອງພາຫະນະເຂົ້າ-ອອກ ຜ່ານລະບົບ ບ53; ການຄຸ້ມຄອງການນໍາເຂົ້າສິນຄ້າ, ເຄື່ອງຂອງຍົກເວັ້ນ, ຫລຸດຜ່ອນຜ່ານລະບົບຫັກລົບແຜ່ນ Master List ແລະ ນຳໃຊ້ລະບົບຊິງຊັ່ງທັນສະໄໝ ໃນການຕິດຊັ່ງນໍ້າໜັກ ສິນຄ້າເຂົ້າ-ອອກປະເພດສິນຄ້າ ທີ່ລັດຖະບານກຳນົດ ເຊັ່ນ: ນໍ້າມັນເຊື້ອໄຟ, ແຮ່ທາດ ແລະ ໄມ້ສົ່ງອອກ.

ການຫັນເປັນທັນສະໄໝ ຂອງຂະແໜງພາສີ ກໍຄືປະຕິບັດຕາມທິດທາງຂອງກະຊວງການເງິນ ໂດຍສະເພາະແມ່ນກົມພາສີ ໃນການນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍ ໃນການປະຕິບັດໜ້າທີ່ວຽກງານໃຫ້ກວ້າງຂວາງ ເພື່ອຕ້ານທຸກການຮົ່ວໄຫລຂອງລາຍຮັບຕາມຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ຕິດພັນກັບວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ປະກົດຜົນເປັນຈິງ.

error: Content is protected !!