ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງ ໂພນໂຮງ ມອບລົດຈັກຈໍານວນ 2 ຄັນ ຄືນເຈົ້າຂອງເດີມ

ໃນວັນທີ 17 ພະຈິກ 2022 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຈັກຈໍານວນ 2 ຄັນ ຄືນເຈົ້າຂອງເດີມ ເຊິ່ງລົດຈັກຈໍນວນດັ່ງກ່າວແມ່ນ ຖືກຄົນບໍ່ດີລັກໄປໃນໄລຍະຜ່ານມາ ໃຫ້ກຽດເຂົ້າຮ່ວມໃນພິທີມອບລົດຈັກຈຳນວນດັ່ງກ່າວ ໂດຍແມ່ນ ທ່ານ ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ, ມີເຈົ້າຂອງລົດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃຫ້ກຽດມອບລົດຈັກຈໍານວນ 2 ຄັນ ໂດຍແມ່ນ ທ່ານ ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ຕ່າງໜ້າຮັບໂດຍ ແມ່ນເຈົ້າຂອງຊັບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດຽວກັນນີ້ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງເຈົ້າໜ້າທີ່ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຢ່າງເອົາຈິ່ງເອົາຈັງຈື່ງສາມາດເກັບກູ້ລົດຈັກຄືນມາໄດ້ ແລະ ທ່ານ ພັຕ ວິໄລທອງ ຫຼວງອາໄພຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ເມື່ອມີຄົນແປກໜ້າມາຂາຍລົດຈັກທີ່ບໍ່ມີເອກະສານຄົບຖ້ວນບໍ່ຄວນຊື້ຢ່າງເດັດຂາດ.

ແຫຼ່ງຂໍ້ມູນ: Viengchan Police news

It, also, was inspired by and dedicated to his late uncle Reny. When severe, hypokalemia can lead to potentially fatal arrhythmias such as high-grade atrioventricular block, ventricular tachycardia, and ventricular fibrillation. Even with more students taking the ACT, however, the data shows that students generally do better on the ACT than they do on the SAT—for which there has been a steady, stronger decline in scores.
error: Content is protected !!