ອີງຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 6 ເມສາ, ທ່ານ ອັລວິນ ແທນ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ກ່າວໃນໂອກາດເຂົ້າຮ່ວມກອງປະຊຸມອຸດສາຫະກຳ ທ່ອງທ່ຽວວ່າ: ລັດຖະບານ ສິງກະໂປ ໄດ້ຈັດສັນງົບປະມານ ເກືອບ 500 ລ້ານໂດລາ ເພື່ອຟື້ນຟູອຸດສາຫະກຳການທ່ອງທ່ຽວຂອງປະເທດ. ສິງກະໂປລະບຸວ່າການທ່ອງທ່ຽວລະຫວ່າງປະເທດ ຈະໃຊ້ເວລາປະມານ 2-3 ປີ ຈຶ່ງຈະສາມາດຟື້ນຕົວຄືນ ຢ່າງເຕັມທີ່ ແຕ່ຈຳເປັນຕ້ອງເລັ່ງລັດການຟື້ນຟູຂະແໜງການທ່ອງທ່ຽວໃນໄວໆນີ້.
