ລາວ ຢືນຢັນ ຈະປະຕິບັດ ​ເປົ້າໝາຍ​ຢຸດຕິ​ຄວາມທຸກ​ຍາກ​ຂອງເດັກ​ໃນ ​ວັນ​ເດັກໂລກ

ໃນ​ທຸກໆປີ ທົ່ວໂລກຈະຈັດໃຫ້ມີການສະເຫຼີມສະຫຼອງວັນ​ເດັກໂລກ​ ​ເພື່ອ​ເປັນ​ຂີດ​ໝາຍ​ຕໍ່ການ​ໃຫ້ສັດຕະຍາບັນໃນສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ ​ແລະ ​ເພີ່ມ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນຫາ​ສຳຄັນ​ທີ່​ສົ່ງຜົນ​ກະທົບ​ຕໍ່​ຊີວິດເດັກ.

ເນື່ອງໃນໂອກາດວັນເດັກໂລກ 2022 ໃນລະຫວ່າງ ວັນທີ 18 -19 ພະຈິກ 2022 ນີ້ ທີ່ ນະຄອນຫຼວງ ວຽງຈັນ, ການນຳຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ, ທ່ານຮອງເຈົ້າແຂວງຈາກ 18 ແຂວງທົ່ວປະເທດ, ຜູ້ຕາງໜ້າຈາກພາກເອກະຊົນ, ອົງການບໍ່ສັງກັດລັດຖະບານ (NGO), ອົງການຈັດຕັ້ງທາງສັງຄົມ, ອົງການຢູນິເຊັບ ແລະ ເດັກ ໄດ້ເຂົ້າຮ່ວມ ກອງປະຊຸມ ລະດັບສູງ ຂອງຮອງເຈົ້າແຂວງ ໃນທົ່ວປະເທດ ເພື່ອລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາຄວາມທຸກຍາກຂອງເດັກ ຂອງ ສປປ ລາວ.

ວັນ​ເດັກ​​ໂລກ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ພະຈິກ ​ຂອງ​ທຸກໆ​ປີ ​ເພື່ອ​ເປັນ​ຂີດ​ໝາຍຂອງ​ການ​ໃຫ້ສັດຕະຍາບັນໃນສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ ​ແລະ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນຫາ​ສຳຄັນ​ທີ່​ສົ່ງຜົນກະທົບ​ຕໍ່​ຊີວິດ​ຂອງ​ເດັກ.

​ເສີມຕື່ມຈາກຈຸດສຸມ​ໃນ​ປີ​ກາຍ ທີ່ແນໃສ່ການ​ຟື້ນຟູຈາກຜົນກະທົບຂອງ​ພະຍາດ​ໂຄ​ວິດ-19, ຫົວ​ຂໍ້​ຂອງ​ການສະເຫຼີມສະຫຼອງວັນ​ເດັກ​ໂລກ​ໃນປີ​ນີ້​ ຈະ​ເຫນັ້ນ​ໜັກ​ເຖິງ​ການມີສ່ວນຮ່ວມ ແລະ ການເປັນສວ່ນໜຶ່ງຂອງເດັກນ້ອຍ​ ໃນ​ຂະ​ບວນການ​ຟື້ນ​ຟູ​ຈາກຜົນກະທົບຂອງ​ການລະບາດຂອງພະຍາດ​.

ໃນ​ກອງ​ປະຊຸມ​ລະດັບ​ສູງ, ບັນດາ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ນໍາສະ​ເໜີ​ ຄວາມ​ຄືບ​ໜ້າ​ໃນ​ການຈັດຕັ້ງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ທີ່​ຜ່ານ​ມາ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ເດັກ​ ໃນລະຫວ່າງ​ປີ 2021 – 2022 ພ້ອມ​ທັງ ທົບທວນ​ຄືນ​ຄວາມເປັນຢູ່ຂອງ​ເດັກນ້ອຍ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ນອກຈາກ​ກອງ​ປະຊຸມ​ລະດັບສູງ ນີ້ແລ້ວ, ອົງການຢູນິເຊັບ ຍັງ​ໄດ້​ຈັດ​ຕັ້ງ​ຫຼາກຫຼາຍກິດຈະກຳ​ເພື່ອສະເຫຼີມສະຫຼອງ​ວັນ​ເດັກ​ໂລກ 2022 ຢູ່ ສປປ ລາວ ​ເຊັ່ນ: ການ​ຍ່າງເພື່ອສຸຂະພາບ ​ແລະ ງານ​ເທດສະການວັນ​ເດັກໂລກ​ໃນ​ວັນ​ທີ 19 ພະຈິກ​ນີ້. ເນື່ອງໃນໂອກາດວັນເດັກໂລກປີນີ້ ກົງກັບ ການແຂ່ງຂັນບານເຕະໂລກ, ງານເທດສະການວັນ​ເດັກໂລກນີ້ ກໍ່ຈະຈັດຂຶ້ນໃນຫົວຂໍ້ການແຂ່ງຂັນບານເຕະ ແລະ ກິລາ.

ໃນວັນ​ທີ 20 ພະຈິກ​ ຊຶ່ງ​ແມ່ນ ​ວັນ​ເດັກ​ໂລກ, ເຮົາຈະມາປ່ຽນປະຕູໄຊ​ເປັນສັນຍາລັກຂອງປະເທດໃຫ້ເປັນສີຟ້າ ເພື່ອສະເຫຼີມສະຫຼອງວັນເດັກໂລກ ແລະ ສົ່ງເສີມສິດທິເດັກໃນທົ່ວປະເທດ.​ ນອກນີ້ເດັກນ້ອຍກໍ່ຍັງ​ຈະ​ໄດ້ມີໂອກາດ​ສົ່ງຄໍາຄິດເຫັນ ແລະ ສະແດງຄວາມປາດຖະໜາຂອງຕົນເອງ ຜ່ານທາງ ​ໂທລະພາບແຫ່ງ​ຊາດ​ລາວ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ.

#UNICEFLaos

#ຊົມເຊີຍວັນເດັກໂລກ

#WorldChildren’sDay

error: Content is protected !!