ຊຽງຂວາງ ຕັ້ງເປົ້າຍາດໃຫ້ໄດ້ 100 ກວ່າຫລຽນ ໃນຊຽງຂວາງເກມ

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນລະຫວາງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ຫົວໜ້າທັບນັກກິລາແຂວງຊຽງຂວາງ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 33 ຫລຽນຄຳ, 37 ຫລຽນເງິນ ແລະ 41 ຫລຽນທອງ(ລວມທັງໝົດ 111 ຫລຽນ), ຄາດວ່າຈະສູ້ຊົນໃຫ້ຢູ່ໃນອັນດັບທີ 4-6 ຂອງຕາຕະລາງສະຫລຸບຫລຽນລາງວັນ ງານມະຫະກຳກິລາແຫ່ງຊາດຄັ້ງນີ້. ຂະນະທີ່ ແຂວງຊຽງຂວາງ ໄດ້ສົ່ງທັບນັກກິລາ ເຂົ້າຮ່ວມແຂງຂັນທັງໝົດ 25 ປະເພດກິລາ, ໃນນັ້ນ, ມີນັກກິລາ, ຄະນະນຳ ແລະ ຄູຝຶກ ທັງໝົດ 576 ຄົນ, ຍິງ 209 ຄົນ.

ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນທັບນັກກິລາ ແຂວງຊຽງຂວາງ ມີຄວາມພ້ອມທີ່ຈະເຂົ້າຮ່ວມແຂ່່ງຂັນ ທັງ 25 ປະເພດກິລາ, ພາຍຫລັງທີ່ ຄະນະນຳ-ຄູຝຶກນັກກິລາ ໄດ້ເລີ່ມຄັດເລືອກນັກກິລາ ໃນລະຫວ່າງເດືອນສິງຫາ-ກັນຍາ 2022 ຜ່ານມາ ໂດຍໄດ້ເລີ່ມຝຶກແອບແຕ່ລະປະເພດກິລາຫລັງຈາກຄັດເລືອກແລ້ວໄດ້ຝຶກຊ້ອມ ພ້ອມທັງໄດ້ເຂົ້າຮ່ວມການແຂ່ງຂັນບາງລາຍການ ທີ່ພາກສ່ວນກ່ຽວຂ້ອງຈັດຂຶ້ນ ແລະ ໄດ້ເຂົ້າສູນຝຶກຊ້ອມ ແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນມາ.

ສຳລັບ ການກະກຽມຄວາມພ້ອມຂອງກຳມະການ, ອານຸກຳມະການຝ່າຍຕ່າງໆ ໂດຍລວມເຫັນວ່າ ມີຄວາມພ້ອມເຊັ່ນກັນ ແຕ່ຍັງມີບາງໜ້າວຽກ ຂອງບາງກຳມະການທີ່ຕ້ອງໄດ້ລົງລາຍລະອຽດ ເປັນຕົ້ນ ກຳມະການເປີດ-ປິດ ແມ່ນກຳລັງຝຶກຊ້ອມກ້ອນກຳລັງ ຕາມແຜນ ແລະ ລາຍການສະແດງທີ່ໄດ້ກຳນົດ ແລະ ຮັບຮອງແລ້ວ, ການຕົບແຕ່ງພິທີເປີດ-ປິດ ແລະ ການຕິດຕັ້ງອຸປະກອນຮັບໃຊ້ງານ ແມ່ນກໍາລັງດໍາເນີນງານ, ອານຸກຳມະການຂຶ້ນທະບຽນ ແລະ ອອກບັດ ກຳລັງຂຸ້ນຂ້ຽວ ເຮັດບັດຄ້ອງຄໍໃຫ້ກຳມະການ, ແຂກເຂົ້າຮ່ວມງານ ແລະ ທັບນັກກິລາຈາກພາກສ່ວນຕ່າງໆ ໃຫ້ສຳເລັດກ່ອນມື້ເປີດງານ. ສ່ວນ ກໍາມະການຂົນສົ່ງ ໄດ້ຈັດສັນຈຸດພັກ-ຈຸດຈອດລົດຕາມສະໜາມແຂ່ງຂັນຕ່າງໆ ເພື່ອໃຫ້ມີຄວາມສະດວກ-ປອດໄພ, ກໍາມະການສຸຂະພາບ-ການແພດ, ໄດ້ອອກແຈ້ງການຮັບປະກັນປ້ອງກັນການລະບາດພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ ໃນຊ່ວງງານກິລາແຫ່ງຊາດ, ໄດ້ອົບຮົມທີມງານແພດປະຈໍາສະໜາມແຂ່ງຂັນ, ຈຸດພັກເຊົາຂອງແຂກການນໍາ ແລະ ຈຸດປະສານງານຂອງສະຖານທີ່ພັກນັກກິລາ ພາກສ່ວນຕ່າງໆ.

ທ່ານ ບຸນເລື່ອນ ວັນນາຮັກ ໃຫ້ຮູ້ອີກວ່າ: ໃນໄລຍະຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ແມ່ນຈະໄດ້ປິດການຮຽນ-ການສອນ ຊົ່ວຄາວໂຮງຮຽນ 19 ແຫ່ງ ເພື່ອໃຊ້ເປັນທີ່ພັກຄູຝຶກ, ນັກກິລາ ຈາກພາກສ່ວນຕ່າງໆ ໂດຍຈະເລີ່ມພັກຮຽນແຕ່ ວັນທີ 14 ພະຈິກ 2022 ຫາ ວັນທີ 25 ທັນ ວາ 2022. ສ່ວນບັນດາໂຮງຮຽນພາຍໃນເທດສະບານເມືອງແປກ ກຸ່ມ 1, 2, 3 ໃຫ້ພັກຮຽນ ເລີ່ມແຕ່ວັນທີ 1-25 ທັນວາ 2022 ແລະ ຈະປິດການຮຽນ-ການສອນ ທຸກໂຮງຮຽນ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນເລີ່ມແຕ່ວັນທີ 13-25 ທັນວາ 2022 ແລະ ໃຫ້ທຸກລະບົບການຮຽນ-ການສອນ ທັງພາກລັດ ແລະ ເອກະຊົນ ສືບຕໍ່ຈັດຕັ້ງການຮຽນ-ການສອນເລີ່ມແຕ່ວັນທີ 26 ທັນວາ 2022 ເປັນ ຕົ້ນໄປ.

ຂ່າວ-ພາບ: ທະນູທອງ

error: Content is protected !!