
ວັນທີ 20 ພະຈິກຂອງທຸກໆປີ, ທົ່ວໂລກ ໄດ້ພ້ອມກັນສະເຫລີມສະຫລອງ ວັນເດັກໂລກ ຫລື ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍສິດທິເດັກ. ການສະເຫລີມ
ສະຫລອງວັນສໍາຄັນນີ້ ເພື່ອຍົກໃຫ້ເຫັນເຖິງບັນຫາຕົ້ນຕໍ ທີ່ສົ່ງຜົນກະທົບຕໍ່ເດັກ.
ສໍາລັບຢູ່ປະເທດລາວເຮົາ, ການສະເຫຼີມສະຫລອງວັນເດັກໂລກ ໂດຍເດັກເອງນັ້ນ ແມ່ນ ຈັດຂຶ້ນພາຍໃຕ້ຫົວຂໍ້ການມີສ່ວນຮ່ວມຂອງເດັກໃນຂະບວນການຟື້ນຟູ ຊີວິດການເປັນຢູ່ຂອງເດັກ ພາຍຫຼັງພະຍາດລະບາດ.
ການສະເຫລີມສະຫລອງ ວັນເດັກໂລກ ວັນທີ 20 ພະຈິກປີນີ້ລວມມີຫຼາຍກິດຈະກຳ ໜຶ່ງໃນນັ້ນ ຍັງມີພິທີໄຕ້ໄຟ ສີຟ້າໃສ່ປະຕູໄຊ ຊຶ່ງເປັນສະຖານທີ່ສໍາຄັນຂອງລາວ. ການໄຕ້ໄຟສີຟ້າໃສ່ປະຕູໄຊເປັນສັນຍາລັກແຫ່ງການສົ່ງເສີມອານາຄົດອັນສົດໃສໃຫ້ແກ່ເດັກນ້ອຍທຸກຄົນໃນ ສປປ ລາວ.


#UNICEFLaos
#ຊົມເຊີຍວັນເດັກໂລກ
#WorldChildren’sDay