ວັນທີ 14 – 15 ພະຈິກ 2022, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ນໍາໂດຍ ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ຖວທ ແຂວງ ຜູ້ຊີ້ນໍາວຽກງານທ່ອງທ່ຽວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວແຂວງ ນໍາໂດຍ ທ່ານ ບຸນແຖມ ສຸພັນສາ ພ້ອມດ້ວຍຄະນະ, ການນໍາ ແລະ ພະນັກງານວິຊາການຂະແໜງທ່ອງທ່ຽວແຂວງ ໄດ້ເຄື່ອນໄຫວສໍາຫຼວດເສັ້ນທາງທ່ອງທ່ຽວ ທາດ 3 ປາງ ເຂດບ້ານທາດ, ທາດສໍາຫຼຽງ ເຂດບ້ານສໍາຫຼຽງ ແລະ ເຄື່ອນໄຫວຕິດຕາມເບິ່ງບັນຍາກາດການທ່ອງທ່ຽວ, ຄ້າຂາຍ ຢູ່ດ່ານປະເພນີຊ່ອງຕາອູ ເມືອງສຸຂຸມາ ແລະ ເຄື່ອນໄຫວສໍາຫຼວດເສັ້ນທາງທ່ອງທ່ຽວ ທາດນາງອີງ ເຂດບ້ານເປວ ແລະ ທາດບ້ານໂດນ ເຂດບ້ານໜອງງາ ເມືອງມຸນລະປາໂມກ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ຢູ່ສອງເມືອງດັ່ງກ່າວ.

ຢູ່ທາດ 3 ປາງ ເມືອງສຸຂຸມາ ມີທ່ານ ສົມເພັດ ບຸດສະດີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສຸຂຸມາ ພ້ອມດ້ວຍການນໍາເມືອງ, ການນໍາຫ້ອງການ ຖວທ ເມືອງ, ຄະນະພັກ – ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ບ້ານທາດ ເຂົ້າຮ່ວມ. ຢູ່ເມືອງມຸນລະປາໂມກ ມີການນໍາ ແລະ ພະນັກງານວິຊາການຫ້ອງການ ຖວທ ເມືອງ, ຄະນະພັກ – ອົງການປົກຄອງບ້ານເປວ ແລະ ບ້ານໜອງງາ ເຂົ້າຮ່ວມ.

ທີ່ມາ: ໜັງສືພິມຈຳປາໃຫມ່, ຂ່າວ-ພາບ: ທູນທອງໃຈ