ລາວ-ໄທ-ມຽນມາ ຮ່ວມມື ຕ້ານອາຊະຍາກໍາຢາເສບຕິດ ເຂດສາມຫລ່ຽມຄຳ

ກອງປະຊຸມຮ່ວມມືວຽກງານໄອຍະການ ໃນຂົງເຂດສາມຫລ່ຽມຄຳ ລາວ-ໄທ-ມຽນມາ ຄັ້ງທີ II ໃນການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຢາເສບຕິດ ໄດ້ໄຂຂຶ້ນໃນວັນທີ 16 ພະຈິກ 2022, ຢູ່ນະຄອນຫລວງພະບາງ, ແຂວງຫລວງພະບາງ ສປປ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ຈຸມພົນ ພັນສໍາລິດ ຮອງໄອຍະການສູງສຸດ ແຫ່ງ ຣາຊະອານາຈັກໄທ, ທ່ານ ນາງ ສະເວ ສະເວ ອອງ ຫົວໜ້າກົມກົດໝາຍສາກົນ ສໍານັກງານໄອຍະການສູງສຸດ ແຫ່ງ ສະຫະພາບ ມຽນມາ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເລື່ອນ ມະນີວົງ ຮອງເຈົ້າແຂວງຫລວງພະບາງ.

ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມຮ່ວມມືວຽກງານໄອຍະການໃນຂົງເຂດສາມຫລ່ຽມຄຳ ລາວ-ໄທ-ມຽນມາ ຄັ້ງທີ I ທີ່ຈັດຂຶ້ນຢູ່ແຂວງ ຊຽງລາຍ ຣາຊະອານາຈັກໄທ ໃນປີ 2018; ກອງປະຊຸມໄດ້ຮັບຟັງການນໍາສະເໜີ ກ່ຽວກັບພື້ນຖານທາງດ້ານກົດໝາຍ ທີ່ກ່ຽວຂ້ອງໃນການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຢາເສບຕິດ; ການສະເໜີກ່ຽວກັບກົດໝາຍ ແລະ ວິທີການຈັດຕັ້ງປະ ຕິບັດ ການຮ່ວມມືລະຫວ່າງປະເທດໃນບັນຫາອາຍາ ຂອງ ສປປ ລາວ, ລາຊະອານາຈັກໄທ ແລະ ສະ ຫະພາບມຽນມາ. ກອງປະຊຸມ ຍັງໄດ້ປຶກສາຫາຫລື ແລະ ຮ່ວມກັນຊອກຫາວິທີຮັບມື ແລະ ປາບປາມອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າ-ຂາຍຢາເສບຕິດ ໃນບໍລິເວນຊາຍແດນສາມຫລ່ຽມຄໍາ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ທັນການ. ກອງປະຊຸມເຫັນວ່າ ບັນຫາອາຊະຍາກຳຂ້າມຊາດ ໂດຍສະ ເພາະ ອາຊະຍາກໍາຢາເສບຕິດ ໄດ້ກາຍເປັນບັນຫາລວມຂອງໂລກ ອັນເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ. ໃນແຕ່ລະປີ ບັນຫາອາຊະຍາກໍາຢາເສບຕິດ ບໍ່ພຽງແຕ່ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງມະຫາສານເທົ່ານັ້ນ ແຕ່ຍັງເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະຊາຊາດ ແລະ ການຮ່ວມມືໃນພາກພື້ນອີກດ້ວຍ.

ສະນັ້ນ, ເພື່ອຕ້ານກັບບັນຫາອາຊະຍາກຳດັ່ງກ່າວ ໄດ້ຢ່າງມີປະສິດທິຜົນ ແລະ ທັນການ, ຮຽກ ຮ້ອງໃຫ້ບັນດາປະ ຊາຊາດ ກໍຄື ບັນດາປະເທດສະມາຊິກອາຊຽນ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນຢ່າງ ຮອບດ້ານ ຊຶ່ງລວມທັງການປະສານງານ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງເສີມ ຄວາມສາ ມາດຂອງພະນັກງານ ໂດຍຜ່ານການ ຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆຂອງສາກົນ ແລະ ພາກພື້ນ ເຊັ່ນ ຖະແຫລງການອາຊຽນວ່າດ້ວຍການສະກັດກັ້ນ ແລະ ການກວດກາອາຊະຍາກໍາຂ້າມຊາດປີ 1997, ສົນທິສັນຍາວ່າດ້ວຍ ການຕ້ານການກໍ່ການຮ້າຍໃນປີ 2007, ສົນທິສັນຍາອາຊຽນວ່າດ້ວຍ ການຊ່ວຍ ເຫລືອ ຊຶ່ງກັນ ແລະ ກັນ ໃນບັນຫາອາຍາ ປີ 2004 ແລະ ແຜນແມ່ບົດສຳລັບເສົາຄໍ້າປະຊາຄົມການ ເມືອງ-ຄວາມຫມັ້ນຄົງອາຊຽນ ໃຫ້ໄດ້ຮັບຜົນສຳເລັດ.

ກອງປະຊຸມ ການຮ່ວມມືວຽກງານໄອຍະການໃນຂົງເຂດ ສາມຫລ່ຽມຄໍາ ລາວ-ໄທ-ມຽນມາ ຄັ້ງທີ II ກ່ຽວກັບການຕ້ານອາຊະຍາກໍາຢາເສບຕິດ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ເປັນການຍົກສູງການຮ່ວມມືວຽກງານໄອຍະການ ໃນຂົງເຂດສາມຫລ່ຽມຄໍາ ໃນການຕ້ານອາຊະຍາກຳຂ້າມຊາດ, ເປັນການ ຈັດຕັ້ງຜັນຂະຫຍາຍວິໄສທັດ ປະຊາຄົມອາຊຽນ ກໍຄື ການຈັດຕັ້ງປະຕິບັດແຜນແມ່ບົດ ສໍາລັບສາມເສົາຄໍ້າປະຊາຄົມອາຊຽນ, ແຜນວຽກ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ຢ່າງມີປະສິດທິຜົນ.

ຂ່າວ ອອປສ

error: Content is protected !!