ຊຽງຂວາງ ກຳນົດ 5 ສະຫນາມແຂ່ງຂັນກິລາ ແຫ່ງຊາດ ຄັ້ງທີ XI

ມາຮອດປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມຮອບດ້ານ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ນີ້, ໂດຍສະເພາະ ສະໜາມຮັບໃຊ້ການແຂ່ງຂັນ ແມ່ນມີຄວາມພ້ອມຈັດການແຂ່ງຂັນ​ໄດ້ 100%. ທັງໄດ້ກຳກົດ ໃຫ້ມີການແຂ່ງຂັນຢູ່ 5 ຈຸດ ຄື: ສະໜາມທົ່ງໄຫຫີນ (ສະໜາມເປີດ-ປິດ ການແຂ່ງຂັນ), ສະໜາມໄຊຊະນະ, ສະໜາມວິທະຍາໄລຄູຄັງໄຂ, ສະໜາມຮົ່ມສວນມອນ ແລະ ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ.

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ ລາຍງານໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມຮອບດ້ານ ເພື່ອເປັນເຈົ້າພາບ ຈັດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI ໂດຍສະເພາະ ສະໜາມແຂ່ງຂັນກິລາແຕ່ລະປະເພດ ໄດ້ມີການປັບປຸງ, ປົວແປງ ສຳເລັດແລ້ວ ແລະ ມີຄວາມພ້ອມຈັດ ການແຂ່ງຂັນ ເປັນຕົ້ນ, ສະໜາມທົ່ງໄຫຫີນ ກຳນົດໃຫ້ເປັນສະໜາມເປີດ-ປິດ ການແຂ່ງຂັນ ເຊິ່ງຈະໄດ້ແຂ່ງຂັນ 3 ປະ ເພດກິລາຄື: ບານເຕະຊາຍ, ແລ່ນ-ລານ ແລະ ໝາກຂ່າງ; ສະໜາມໄຊຊະນະ (ບ້ານໂພນມີໄຊ) ແຂ່ງຂັນ 9 ປະເພດກິລາ ຄື: ບານເຕະຍິງ, ບ້ານສົ່ງ, ດອກປີກໄກ່, ເທັນນິດ, ບານບ້ວງ, ໝາກແລ້, ເທັກຄອນໂດ່, ປີ້ງປ້ອງ ແລະ ຍິງທະນູ; ສະໜາມວິທະຍາໄລຄູຄັງໄຂ ແຂ່ງຂັນ 6 ປະເພດກິລາ ຄື: ກະຕໍ້, ກະຕໍ້ເຊລ໋ອນ, ມວຍປ້ຳ, ມວຍວູຊູ, ປັນຈັກຊີລັດ ແລະ ຄາລາເຕໂດ່; ສະໜາມຮົ່ມສວນມອນ (ບ້ານໂງຍ) ແຂ່ງຂັນ 3 ປະເພດກິລາ ຄື: ເປຕັ່ງຍິງ-ຊາຍ, ມວຍສາກົນ, ມວຍລາຍລາວ ແລະ ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ ແຂ່ງ 1 ປະເພດກິລາ ຄື: ຍິງປືນເສິກ.

ທ່ານ ສີວິ​ໄລ ​ແສງ​ຈະ​ເລີ​ນ ​ໃຫ້​ຮູ້​ອີກ​ວ່າ: ງານ​ມະຫາະກຳ​ກິລາ​ແຫ່ງ​ຊາດ ​ໃນ​ຄັ້ງ​ນີ້, ແຂວງຊຽງຂວາງ ​ໄດ້ສົ່ງນັກກິລາ 25 ປະເພດເຂົ້າຮ່ວມ ປັດຈຸບັນ ທຸກປະເພດກິລາ ແມ່ນໄດ້ເຂົ້າສູນເຝິກສ້ອມເລີ່ມແຕ່ ເດືອນກັນຍາ ເປັນຕົ້ນມາ ​ເຊິ່ງເຫັນວ່າທັບນັກກິລາ ແມ່ນມີຄວາມພ້ອມ 100%, ໃນນີ້ ມີຄະນະນໍາ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 209 ຄົນ ແລະ ຄູເຝິກ 63 ຄົນ.

ຂ່າວ: ທະນູ​ທອງ

error: Content is protected !!