ເນື່ອງຈາກການກະກຽມວຽກງານແຕ່ລະດ້ານບໍ່ທັນ ເທດສະການ ແຫ່ພຣະໄຕປີດົກ ຖືກເລື່ອນມາຈັດໃນວັນທີ 21-27 ພະຈິກ 2022

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ສາລະວັນ ປະທານຈັດງານເທດສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ໄດ້ຖະແຫລງການເລື່ອນການຈັດງານ ຊຶ່ງໃນເມື່ອກ່ອນໄດ້ ກຳນົດເອົາວັນທີ 14-20 ພະຈິກ 2022 ໄດ້ເລື່ອນມື້ຈັດງານມາເປັນວັນທີ 21-27 ພະຈິກ 2022 ຢ່າງເປັນທາງການ ເນື່ອງຈາກການກະກຽມວຽກງານແຕ່ລະດ້ານ ບໍ່ທັນມີຄວາມພ້ອມເທົ່າທີ່ຄວນ ແລະ ເພື່ອເຮັດໃຫ້ງານດັ່ງກ່າວ ມີຄວາມໝາຍຄວາມສຳຄັນ, ມີຄວາມສວຍງາມ, ຮັກສາໄດ້ມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ຕິດພັນກັບກິດຈະກຳທີ່ສຳຄັນທາງສາດສະໜາ, ຮັບປະກັນຄວາມພ້ອມ 100% ເພື່ອຮອງຮັບແຂກ, ນັກທ່ອງທ່ຽວ ແລະ ມວນຊົນ ທີ່ຈະເຂົ້າຮ່ວມໃນງານດັ່ງກ່າວ.

ສຳລັບກິດຈະກຳຕ່າງໆໃນການຈັດງານ ແມ່ນໄດ້ສືບຕໍ່ດຳເນີນໄປຕາມແຜນການທີ່ວາງໄວ້ ໂດຍບໍ່ໄດ້ມີການປ່ຽນແປງ ເປັນຕົ້ນ ພິທີປະກາດຫໍພຣະໄຕປິດົກ ເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ, ການວາງສະແດງຜະລິດຕະພັນສິນຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ, ການປະກວດ ແລະ ສະແດງສິລະປະເວທີ (ນາງສາວເຜົ່າ, ນັກຮ້ອງ-ຂັບລຳ, ໝໍແຄນ, ອາຫານພື້ນເມືອງ, ກາຍະສິນສູນກາງ ແລະ ນັກຮ້ອງຮັບເຊີນ), ຈັດສໍາມະນາການທ່ອງທ່ຽວ ແລະ ຈັບຄູ່ທຸລະກິດ (ລາວ-ສສ ຫວຽດນາມ), ການແຂ່ງຂັນກິລາປະເພດຕ່າງໆ (ປະເພດທີ່ຈະໄປຊຽງຂວາງ ແລະ ກິລາພື້ນເມືອງເພື່ອການ ທ່ອງທ່ຽວ), ພິທີແຫ່ພຣະໄຕປິດົກ 15 ກ້ອນກຳລັງ ແລະ ພິທີທາງສາສະໜາ (ຕັ້ງບຸນ, ສົມໂພດພະພຸດທະຮູບ, ຕັກບາດຖວາຍສັງຄະທານ) ແລະ ກິດຈະກຳອື່ນໆ.

ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຍັງໄດ້ກ່າວສະແດງຄວາມຂໍອະໄພ ມາຍັງທຸກພາກສ່ວນໃນສັງຄົມ, ທັງອົງການຈັດຕັ້ງພາກລັດ, ເອກະຊົນ, ນັກທຸລະກິດ, ຜູ້ປະກອບການ ແລະ ມວນຊົນ ເນື່ອງຈາກທີ່ເຮົາໄດ້ເລື່ອນການຈັດງານຄັ້ງນີ້ ແລະ ກໍໄດ້ເຊີນຊວນມວນຊົນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມກິດຈະກຳຕ່າງໆ, ທ່ຽວຊົມເທສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ.

ຂ່າວ: ວິໄວອນ ສິດທິໄຊ

error: Content is protected !!