ອາຊຽນ ໄດ້ຮັບຮອງເອົາປະເທດຕີມໍເລັສເຕ ເປັນປະເທດສະມາຊິກທີ 11 ໃນດ້ານຫຼັກການ

ຂ່າວສານ ຊີອາໄອ ລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ຜູ້ນຳປະເທດ ອາຊຽນ ໄດ້ປະກາດໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ ຄັ້ງທີ 41 ວ່າ: ອາຊຽນຮັບຮອງເອົາປະເທດຕີມໍເລັສເຕ ເປັນປະເທດສະມາຊິກທີ 11 ໃນດ້ານຫຼັກການ ໂດຍອາຊຽນໄດ້ມອບຖານະບົດບາດທີ່ເປັນປະເທດສັງເກດການໃຫ້ແກ່ຕີມໍເລັສເຕ ພ້ອມທັງໄດ້ອະນຸມັດໃຫ້ຕີມໍເລັສເຕເຂົ້າຮ່ວມກອງປະຊຸມອາຊຽນທັງໝົດ ລວມທັງກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ, ຊ່ວຍເຫຼືອປະເທດຕີມໍເລັສເຕ ໃນການວາງແຜນວາດເຂົ້າເປັນປະເທດສະມາຊິກອາຊຽນ ແລະ ຍັງຈະຍື່ນໃຫ້ກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 42 ເພື່ອຜ່ານການຮັບຮອງ. ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືທັງໝົດຄວນໃຫ້ການສະໜັບສະໜູນທີ່ຈຳເປັນແກ່ຕີມໍເລັສເຕໃນການເຂົ້າຮ່ວມອາຊຽນຢ່າງເປັນທາງການ.

ອາຊຽນໄດ້ສ້າງຕັ້ງຂຶ້ນໃນປີ 1967 ປະເທດສະມາຊິກໃນປັດຈຸບັນມີທັງໝົດ 10 ປະເທດ ຄື: ກຳປູເຈຍ, ອິນໂດເນເຊຍ, ໄທ, ສິງກະໂປ, ຟີລິບປິນ, ບຣູໄນ, ມາເລເຊຍ, ຫວຽດນາມ, ລາວ ແລະ ມຽນມາ.

How will increasing the temperature affect the rate of the reaction? My best friend in the world is a AChiO and they always make me feel welcome and help me have fun!! Animals Service animals or service animals in-training, for guests with disabilities, are welcome at Audi Field. As part of various renovations made in to improve the stadium's suitability as a baseball venue, 12, seats were eliminated, most of them in distant portions of the outfield, and home plate was moved closer to the stands.
error: Content is protected !!