ຈໍາປາສັກ ຈະຈັດງານສົ່ງເສີມສີມືແມ່ຍິງດ້ານຫັດຖະກໍາ-ເທດສະການອາຫານລາວໃຕ້

ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ສະມາຄົມນັກທຸລະກິດແມ່ຍິງແຂວງ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ສະມາຄົມຫັດຖະກໍາແຂວງ ຈໍາປາສັກ ຈະຈັດງານສົ່ງເສີມສີມືແມ່ຍິງ ດ້ານຫັດຖະກໍາ ແລະ ເທດສະການອາຫານລາວໃຕ້ ເພື່ອເຊື່ອມໂຍງການທ່ອງທ່ຽວກັບພາກພື້ນ ໃນວັນທີ 29 ພະຈິກ-3 ທັນວາ 2022 ຢູ່ສູນການຄ້າແຟນຊິບມໍ ພາຍໃຕ້ຄຳຂວັນ “ສືບສານລວດລາຍສີມື ຫັດຖະກໍາ-ການປຸງແຕ່ງອາຫານສູ່ຄວາມເປັນເອກະລັກ ແຫ່ງອຸທິຍານວັດທະນະທໍາລາວໃຕ້”.

ທ່ານ ນາງ ເພັດສະໄໝ ແສງອາລຸນ ປະທານສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ໄດ້ຖະແຫລງຂ່າວຈັດງານດັ່ງກ່າວ ໃນວັນທີ 11 ພະຈິກ ຜ່ານມາວ່າ: ງານສົ່ງເສີມສີມືແມ່ຍິງ ດ້ານຫັດຖະກໍາ ແລະ ເທສະການອາຫານລາວໃຕ້ ເພື່ອເຊື່ອມໂຍງການທ່ອງທ່ຽວກັບພາກພື້ນ ເຊິ່ງເປັນງານປະເພນີ ປາງໃຫຍ່ຂອງຊາວຊ່າງຫັດຖະກໍາ ພ້ອມດ້ວຍຫົວໜ່ວຍປຸງແຕ່ງອາຫານ ຂອງສະມາຄົມນັກທຸລະກິດແມ່ຍິງແຂວງ ໂດຍມີຈຸດປະສົງ ເພື່ອປະກອບສ່ວນໃນການສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ(2 ທັນວາ 1975 – 2 ທັນວາ 2022) ໃຫ້ມີບັນຍາກາດຟົດຟື້ນ, ທັງເປັນການສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມທ່ຽວຊື້ ໄດ້ພົບເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກໍາລາວ ທັງຊິມລົດຊາດອາຫານເອກກະລັກລາວໃຕ້ ອັນແຊບຊ້ອຍ ສ້າງຄວາມປະທັບໃຈ ແລະ ຫລົງໄຫລໃນຄວາມມະຫັດສະຈັນຂອງສີໄມ້ລາຍມືນາຍຊ່າງຫັດຖະກໍາລາວໃຕ້ພວກເຮົາ. ນອກນີ້ ກໍເພື່ອເຕົ້າໂຮມຄວາມສາມັກຄີ ລະຫວ່າງບັນດາຊາວຊ່າງຫັດຖະກໍາທຸກໆທ້ອງຖິ່ນໃນແຂວງ ເພື່ອພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດ ຄົ້ນທ່າແຮງການປຸງແຕ່ງອາຫານທີ່ເປັນເອກກະລັກຂອງທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ ຂອງທ້ອງຖິ່ນໃຫ້ນັບມື້ດີຂຶ້ນ, ທັງເຮັດໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກໍາ ໄດ້ມີໂອກາດເຂົ້າເຖິງການ ຕະຫລາດ ຫລື ມີບ່ອນຂາຍຜະລິດຕະພັນຫັດຖະກໍາຂອງຕົນ, ທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ ໃຫ້ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາແຂວງພາກໃຕ້ຂອງລາວ, ນອກນີ້, ກໍເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ, ສິລະປະ, ສີມືຊາວຊ່າງຫັດຖະກໍາ ແລະ ອາຫານ ທີ່ເຕັມໄປດ້ວຍລົດຊາດອັນແຊບຊ້ອຍ ທັງເປັນເອກະລັກທ້ອງຖິ່ນ ຕື່ມອີກ.

ທ່ານ ນາງ ເພັດສະໄໝ ແສງອາລຸນ ຍັງໃຫ້ຮູ້ອີກວ່າ: ໃນງານດັ່ງກ່າວ, ຈະມີການຂາຍຜະລິດຕະພັນຂອງຫລາຍພາກສ່ວນຫັດຖະກໍາ, ອາຫານ ບໍລິການ ແລະ ການຄ້າຂາຍອື່ນໆ ເຊັ່ນ: ພາກສ່ວນແຜ່ນແພ ແລະ ເຄື່ອງນຸ່ງ, ເຄື່ອງປະດັບ, ເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາ, ຮູບແຕ້ມ, ໄມ້ແກະສະຫລັກ, ເຟີນີເຈີ, ອາຫານ, ອາຫານສໍາເລັດຮູບພື້ນເມືອງ, ສະໝູນໄພ ແລະ ອື່ນໆ. ພ້ອມທັງມີການສຳມະນາໃນຫລາຍຫົວຂໍ້ ເປັນຕົ້ນ ມາລະຍາດ-ການນຸ່ງຖື, ວັດທະນະທໍາ ເອກກະລັກທ້ອງຖິ່ນລາວໃຕ້; ການໂຄສະນາການຕະຫລາດ ຮູບແບບອອນລາຍ, ສ້າງເພສ-ຕິ໋ກຕ໋ອກ; ການແຂ່ງຂັນຜະລິດຕະພັນດີເດັ່ນ “ ສະເໜີສິ້ນໃໝມັດມີ່ລວຍລາຍລາວໃຕ້ ”; ການສາທິດສາທິດ ຂັ້ນຕອນໃນການຕໍ່າຫູກ-ສາວໄໝ ແລະ ການສະແດງສິລະປະ, ການເດີນແບບ ແລະ ອື່ນໆ.

ຂ່າວ: ເກດສະໜາ

error: Content is protected !!