ປີໜ້າ ແຂວງ​ ເຊກອງ ຈະສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 5%

ຕາມການລາຍງານຈາກ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ2023 ແຂວງເຊກອງ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 5% ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 5,2% ກວມເອົາ 54,4%ຂະແໜງອຸດສະຫະກໍາເພີ່ມຂຶ້ນ 3,0% ກວມເອົາ 28,7% ແລະ ຂະແໜງບໍລິການເພີ່ມຂຶ້ນ 3,5 % ກວມເອົາ 16,7% ຂອງ GDP, ຄາດຄະເນການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນເກົ່າໃຫ້ໄດ້120 ຕື້ກີບ ທຽບໃສ່ແຜນປີ 2022 ເພີ່ມຂຶ້ນ 4,34%, ແຜນປັບປຸງ 230 ຕື້ກີບ ທຽບໃສ່ແຜນປີ2022 ເພີ່ມຂຶ້ນ 1 ເທົ່າຕົວ ແລະ ຄາດຄະເນລາຍຈ່າຍຢູ່ໃນລະດັບ 256 ຕື້ກີບ, ຂາດດຸນ 26 ຕື້ກີບຫລຸດລົງຈາກ 80% ໃນປີ 2022 ຍັງເຫລືອ 10%.

ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມໃນປີ 2023 ບັນລຸໄດ້ຕາມແຜນ, ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນພັດທະນາທັງໝົດ 760 ຕື້ກີບ ກວມເອົາ 33% ຂອງ GDP ໃນນັ້ນການລົງທຶນຈາກງົບປະມານຂອງລັດ 76 ຕື້ກີບ ກວມເອົາ 10%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 114 ຕື້ກີບ ກວມເອົາ 15%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 570 ຕື້ກີບກວມເອົາ 75% ຂອງຄວາມຕ້ອງການທຶນທັງໝົດ.

ທ່ານເຈົ້າແຂວງເຊກອງ ຍັງໃຫ້ຮູ້ອີກວ່າ: ໃນປີ 2022 ແຂວງເຊກອງ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດ-ສັງຄົມພັດ ທະນາດີຂຶ້ນ ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວໃນລະດັບ 4% ໃນນີ້, ຂະແໜງກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນ 5,4%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 0,9% ແລະ ຂະແໜງບໍລິການເພີ່ມຂຶ້ນ 2,7%.

error: Content is protected !!