ພິທີປະກາດຮັບຮອງພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ປະເພດວັດຖຸ ລະດັບທ້ອງຖິ່ນ ຢູ່ທີ່ວັດທາດສຸວັນນະຜ້າຄຳ ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ່ 7 ພະຈິກນີ້. ມີພຣະອາຈານໃຫຍ່ ອາດຍາທັມ ຄຳເງິນ ຄຳວົງ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງບໍ່ແກ້ວ, ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາພຣະເທຣາ-ນຸເທລະ, ການນຳພັກ – ລັດ, ຜູ້ຊົງຄຸນວຸດທິ, ເຖົ້າແກ່ແນວໂຮມ, ແຂກທີ່ມີກຽດ ແລະ ມວນຊົນເຂົ້າຮ່ວມ.

ໃນພິທີ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ຈູດທຽນໄຊບູຊາໄຫວ້ພຣະຣັດຕະນະໄຕ. ຈາກນັ້ນ, ການນຳພັກ – ລັດຈາກສູນກາງ ແລະ ທ້ອງຖິ່ນກໍໄດ້ຈູດທຽນບູຊາ 9 ດວງ ເພື່ອສະແດງເຖິງໂລກຸດຕະລະທັມສູງສຸດໃນພຣະພຸດທະສາສະໜາ. ພ້ອມດຽວກັນນີ້ ຄະນະກຳມະການມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໄດ້ລາຍງານການກະກຽມ, ດ້ານຮູບການ, ການຈັດຕັ້ງປະຕິບັດ, ຂໍ້ສະດວກ ແລະ ຫຍຸ້ງຍາກໃນການກະກຽມຈັດພິທີຮັບຮອງເອົາພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ປະເພດວັດຖຸ ລະດັບທ້ອງຖິ່ນ, ປະຫວັດຄວາມເປັນມາຂອງພຣະທາດສຸວັນນະຜ້າຄຳ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ປະເພດວັດຖຸ ລະດັບທ້ອງຖິ່ນ; ເປັນກຽດມອບໃບຢັ້ງຢືນພຣະທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ປະເພດວັດຖຸ ລະດັບທ້ອງຖິ່ນ ໂດຍແມ່ນ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ຕາງໜ້າຮັບໂດຍແມ່ນ ທ່ານ ປອ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພ້ອມທັງລັ່ນຄ້ອງເກົ້າບາດເພື່ອເປັນສີລິມຸງຄຸນໃຫ້ແກ່ພິທີດັ່ງກ່າວ, ພຣະອາຈານໃຫຍ່ ອາດຍາທັມ ຄຳເງິນ ຄຳວົງ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງບໍ່ແກ້ວ ໄດ້ມອບໃບຢັ້ງຢືນປະກາດຮັບຮອງວັດທາດສຸວັນນະຜ້າຄຳ ເປັນສູນປະຕິບັດທັມປະຈຳແຂວງບໍ່ແກ້ວ, ຕາງໜ້າຮັບໂດຍແມ່ນພຣະອາຈານ ແຮສະຫວັນ ສີລາຈັນ ເຈົ້າອາທິການວັດທາດສຸວັນນະຜ້າຄຳ.

ໂອກາດນີ້ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນຊີ້ນຳບາງບັນຫາທີ່ສຳຄັນ ເປັນຕົ້ນ ໃຫ້ເອົາໃຈໃສ່ທາງດ້ານການແບ່ງຂັ້ນຄຸ້ມຄອງໃຫ້ລະອຽດ ລະຫວ່າງ ອົງການພຸດທະສາສະໜາສຳພັນລາວແຂວງ ກັບ ເມືອງ, ບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ. ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຕ້ອງໄດ້ເກັບຮັກສາເອກະສານຂຶ້ນທະບຽນກ່ຽວກັບມໍລະດົກແຫ່ງຊາດ ໂດຍການເກັບມ້ຽນໃນຖານປື້ມຂໍ້ມູນ ຫຼື ຫ້ອງເກັບມ້ຽນສະເພາະບໍ່ໃຫ້ຕົກເຮ່ຍເສຍຫາຍ ພ້ອມທັງສືບຕໍ່ໂຄສະນາເຜີຍແຜ່ໃຫ້ທຸກພາກສ່ວນເຫັນໄດ້ຄວາມໝາຍສຳຄັນ ແລະ ເຊີນຊວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມທ່ຽວຊົມໃຫ້ຫຼາຍຂຶ້ນ, ຈົ່ງເອົາໃຈໃສ່ອານຸລັກ, ປົກປັກຮັກສາມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ທີ່ໄດ້ຮັບຮອງໃນຄັ້ງນີ້ໃຫ້ໝັ້ນຄົງຕະຫຼອດໄປ.

ທີ່ມາ: Media Laos, ຂ່າວ:ຄຳໄຊ ລີໄຊມົວຕູ້ ພາບ: ຄໍາພັນ ແກ້ວມະນີ
At the core of her work is a focus on inclusive practice in research and evaluation. That was easily the highest rating the game had drawn to date.