ຍຶດຈັບຢາບ້າ 4 ລ້ານເມັດ ທີ່ ເມືອງ ຕົ້ນເຜິ້ງ

ໃນວັນທີ 1 ພະຈິກ 2022, ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດຈາກຕ່າງປະເທດເຂົ້າມາເຂດ ເມືອງ ຕົ້ນເຜິ້ງ ໂດຍການຂົນສົ່ງມາທາງນໍ້າຂອງ ແລະ ນໍາໃຊ້ເຮືອກາບນ້ອຍເປັນພາຫະນະ ສ່ວນຈຸດເອົາຢາເສບຕິດຂຶ້ນຝັ່ງນັ້ນແມ່ນທ່ານໍ້າຂອງ ລະຫວ່າງ ບ້ານ ດອນສະຫວັນ ຫາ ບ້ານ ພຽງງາມ ສະນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງຕິດຕາມແຕ່ບໍ່ພົບເຫັນວ່າມີການເຄື່ອນໄຫວ.

ຕົກມາຮອດວັນທີ 2 ພະຈິກ ເວລາປະມານ 19:00 ໂມງ ທາງໜ່ວຍງານວິຊາສະເພາະ ປກສ ເມືອງຕົ້ນເຜິ້ງ ຈຶ່ງນໍາກໍາລັງລົງຕິດຕາມຢູ່ແຄມແມ່ນໍ້າຂອງເຂດບ້ານພຽງງາມ ພົບເຫັນເຮືອກາບນ້ອຍ 1 ລໍາ ແລະ ມີຄົນນັ່ງມານໍາ ຈໍານວນ 2 ຄົນ ເຊິ່ງແລ່ນມາແຕ່ທາງເໜືອ ສົ່ງໃສວ່າຈະບັນຈຸສິ່ງຜິດກົດໝາຍ ຈຶ່ງໄດ້ຕິດຕາມເສັ້ນທາງລົງແມ່ນໍ້າຂອງເຂດບ້ານດອນສະຫວັນ ແລ້ວຂີ່ລົດຈັກລົງໄປທ່ານໍ້າຂອງ ປະມານ 70 ແມັດ ເຫັນວ່າມີແສງໄຟຕາລົດໃຫຍ່ຂັບຂຶ້ນມາ ເຈົ້າໜ້າທີ່ ຈຶ່ງໄດ້ສະແດງຕົວໃຫ້ຈອດລົດເພື່ອກວດກາເບິ່ງເອກະສານ ແຕ່ລົດຄັນດັ່ງກ່າວບໍ່ຈອດ ທັງຂັບຂີ່ຫຼົບໜີອອກໄປ ຈຶ່ງໄດ້ຂັບຂີ່ລົດຈັກນໍາໄປ ໄລຍະຫ່າງປະມານ 300 ແມັດ ເຫັນວ່າຢູ່ທາງດ້ານໜ້າລົດຄັນດັ່ງກ່າວມີລົດຈັກພ່ວງຂ້າງ ( ລົດຊາເລັ່ງ ) ພ້ອມນັ້ນ, ຍັງເຫັນລົດຄັນດັ່ງກ່າວໄດ້ຈອດ ແຕ່ຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີ, ບໍ່ຮູ້ວ່າມີຈັກຄົນ ເນື່ອງຈາກວ່າຢູ່ໄລຍະຫ່າງພໍສົມຄວນ ແລະ ເປັນເວລາກາງຄືນ.

ຜ່ານການກວດກາລົດຄັນດັ່ງກ່າວພົບເຫັນເຄື່ອງຂອງກາງ ປະເພດຢາບ້າ ຈໍານວນ 20 ເປົາ, ມີ 40 ແພັກ ເທົ່າກັບ 2,000 ມັດ ຫຼື 4,000,000 ເມັດ ແລະ ລົດກະບະວີໂກ 1 ຄັນ ໝາຍເລກທະບຽນ ກຜ 7091 ກຳແພງນະຄອນ.

error: Content is protected !!