ໃນເດືອນ ຕຸລາ ອັດຕາເງິນເຟີ້ຂອງ ລາວ ເພີ່ມຂຶ້ນເປັນ 36.7%

ອັດຕາເງິນເຟີ້ຂອງ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ໃນ ເດືອນ ຕຸລາ 2022 ເພີ່ມຂຶ້ນ 36.7% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ, ຈາກ 34.5% ໃນເດືອນ ກັນຍາ 2022 ຫຼື ເພີ່ມຂຶ້ນ 2.2% ເມື່ອທຽບໃສ່ເດືອນກັນຍາ 2022.

ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມໃນເດືອນຕຸລາ 2022 ເມື່ອທຽບປີຕໍ່ປີ ຫຼື ທຽບໃສ່ເດືອນດຽວກັນຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36.7% (ເດືອນກັນຍາຜ່ານມາ 34.5%) ເນື່ອງຈາກການເພີ່ມຂຶ້ນທຸກໝວດສິນຄ້າ ເປັນຕົ້ນແມ່ນໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 38.8% ໂດຍມາຈາກການເພີ່ມຂຶ້ນສູງຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນໝູ, ສັດປີກ, ປາ ແລະ ອາຫານທະເລ, ໄຂ່, ນ້ຳມັນພືດ, ໝາກໄມ້, ຜັກສົດ, ໃນຂະນະທີ່ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 58.1% ໂດຍສະເພາະນ້ຳມັນເຊື້ອໄຟ ເພີ່ມຂຶ້ນເຖິງ 95.0%, ນອກຈາກນີ້ ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ ເຊັ່ນ: ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ອຸປະກອນການແພດ ແລະ ຢາ.

ສ່ວນສາເຫດທີ່ພາໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນສູງໃນເດືອນຕຸລາ 2022 ມາຈາກປັດໄຈພາຍນອກ ແລະ ພາຍໃນ ໂດຍປັດໄຈພາຍນອກ ຍັງແມ່ນມາຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ຊຶ່ງສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມຕໍ່ສະພາບເສດຖະກິດຂອງ ສປປ ລາວ, ໃນຂະນະທີ່ປັດໄຈພາຍໃນ ຍັງແມ່ນການອ່ອນຄ່າຂອງເງິນກີບ ເມື່ອທຽບກັບເງິນຕາຕ່າງປະເທດ ເຮັດໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ, ໃນຂະນະທີ່ລາຄານ້ຳມັນເຊື້ອໄຟຍັງມີທ່າອ່ຽງເພີ່ມຂຶ້ນ ສົ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ການບໍລິການເພີ່ມຂຶ້ນ, ນອກຈາກນີ້ ຍັງມີປັດໄຈອື່ນໆເຊັ່ນ: ການຜະລິດກະສິກຳ ແມ່ນຢູ່ໃນໄລຍະລະດູການທີ່ຜົນຜະລິດພົບບັນຫາຈາກໄພທຳມະຊາດ ແລະ ລາຄາຕົ້ນທຶນຂອງການຜະລິດກໍເພີ່ມຂຶ້ນເຊັ່ນດຽວກັນ ໄດ້ແກ່: ຝຸ່ນວິທະຍາສາດ, ຢາປາບສັດຕູພືດ, ແນວພັນ, ຫົວອາຫານສັດ ເປັນຕົ້ນ.

(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນຈາກ: ເວບໄຊ LAOSIS)

error: Content is protected !!