ຄະນະນໍານະຄອນຫຼວງ ວຽງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ພ້ອມມວນຊົນຊາວນະຄອນຫຼວງ ວຽງຈັນ ແລະ ບັນດາແຂວງໃກ້ຄຽງ ເຂົ້າຮ່ວມພິທີວຽນທຽນ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2022 ຢ່າງໜາແໜ້ນ ເຊິ່ງພິທີວຽນທຽນມີຂຶ້ນ ໃນວັນທີ 8 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ພສ 2565.
ສໍາລັບພິທີ ວຽນທຽນ ໃນງານບຸນດັ່ງກ່າວ ແມ່ນເພື່ອເຄົາລົບບູຊາຕໍ່ພະຣັດຕະນະໄຕ ຄື: ພະພຸດ ພະທຳ ແລະ ພະສົງ ເປັນການສະແດງຄວາມເຄົາລົບບູຊາຕໍ່ອົງພະທາດຫຼວງ ທີ່ເປັນມິ່ງຂວັນຂອງຊາດ ເປັນປູຊະນິຍະສະຖານທີ່ສຳຄັນສູງສຸດຂອງປະເທດ ລາວ.

ນອກນີ້ ພິທີວຽນທຽນ ຍັງມີຄວາມໝາຍສຳຄັນ ເຊິ່ງຕ້ອງວຽນໃຫ້ຄົບ 3 ຮອບ ຄື: ຮອບທີ 1 ເປັນການບູຊາຄຸນພະຣັດຕະນະໄຕ ຄື: ຄຸນພະພຸດ ຄຸນພະທຳ ແລະ ຄຸນພະສົງ ຮອບທີ 2 ເປັນການບູຊາບັນພະ ບຸລຸດຂອງຊາດ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຕໍ່ພະພຸດທະສາສະໜາ ຮອບທີ 3 ເປັນການບູຊາບຸນຄຸນຂອງບິດາມານດາ ຫຼື ເປັນການບູຊາໃນສິ່ງສັກສິດໃນຮອບບໍລິເວນສະຖານທີ່ ເມື່ອວຽນຄົບ 3 ຮອບແລ້ວ ເພື່ອເຮັດໃຫ້ພຸດທະສາສະນິກະຊົນທັງຫຼາຍມີຈິດສຳນຶກ ຮູ້ບູຊາບຸນ ບູຊາຄຸນຂອງຄຸນພະຣັດຕະນະໄຕຂອງຄູບາອາຈານ ຄຸນບິດາ ມານດາ ແລະ ຂອງຄຸນບັນພະບຸລຸດ ນອກຈາກເປັນພິທີທາງສາສະໜາແລ້ວ ຍັງເປັນການສະແດງເຖິງພະລັງຄວາມສາມັກຄີ ທີ່ກາຍເປັນອະລິຍະທຳຂອງຊາດ ລາວ.

ທັງນີ້ກໍເພື່ອເປັນການປົກປັກຮັກສາໄດ້ວັດທະນະທຳ ແລະ ເອກະລັກອັນດີງາມຄົງຢູ່ກັບຄົນລາວເຮົາຕະຫຼອດໄປ.
ໃນພິທີວຽນທຽນບັງໄດ້ຈູດບັ້ງໄຟດອກ ເຊິ່ງໄດ້ຮັບຄວາມສົນໃຈຂອງມວນຊົນຢ່າງຫຼວງຫຼາຍ.
It is sold in 13 cm squares, 6 cm deep and weighing g. Jeff Shulman, who entered the final table in fourth place, was the president for Card Player Magazine.