
ໃນວັນທີ່ 7 ພະຈິກ 2022 ນີ້ ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ ຜູ້ໃຫ້ບໍລິການເຊົ່າສິນເຊື່ອ ໃຫ້ບໍລິການສິນເຊື່ອລົດຈັກ ໄດ້ມີການຈັດພິທີລົງນາມການຮ່ວມມືທາງທຸລະກິດເຊົ່າສິນເຊື່ອ ຜ່ອນຊື້ຄໍາ ຮ່ວມກັບ “ຮ້ານຄໍາພູວົງ” ຜູ້ປະກອບການຮ້ານຄໍາລາຍໃຫຍ່ ໃນ ສປປ.ລາວ.
ໂດຍມີທ່ານ ສຸພັກ ຖິ່ນໄຊພອນ CEO of Lao Securities Exchange ແລະ ທ່ານ ພູວຽງ ພົງສາ ຫົວໜ້າກົມອຸດສາຫະກໍາ ແລະ ການຄ້າ ຮ່ວມເປັນສັກສີພະຍານ
ສໍາຫຼັບ

ທ່ານ ວິຣະ ຊຸຕິວະຣາພອນ ປະທານ ບໍລິສັດມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ກ່າວເຖີງຈຸດປະສົງໃນການຮ່ວມມືທາງທຸລະກິດເຊົ່າສິນເຊື່ອ ຜ່ອນຊື້ຄໍາ ລະຫວ່າງ “ມະຫາທຶນ ເຊົ່າສິນເຊື່ອ” ແລະ “ຮ້ານຄໍາພູວົງ” ໃນຄັ້ງນີ້ວ່າ ຈະເປັນການເພີ່ມຄວາມສາມາດໃນການເຂົ້າເຖີງສິນຊັບ “ຄໍາ” ເຊິ່ງເປັນທີ່ນິຍົມຂອງປະຊາຊົນໃນການສວມໃສ່ຄໍາເປັນເຄື່ອງປະດັບ ແລະ ການສະສົມຄໍາເພື່ອຄວາມໝັ້ນຄົງໃນອະນາຄົດ ໂດຍຈະມີການນໍາເອົາລະບົບອອນລາຍທີ່ຊ່ວຍໃຫ້ຂໍ້ມູນການປະເມີນສິນເຊືີ່ອຂອງລູກຄ້າຖືກຕ້ອງ ແລະ ໄວທີ່ສຸດ, ເຮັດໃຫ້ລູກຄ້າຮູ້ຜົນການພິຈາລະນາສິນເຊື່ອໄດ້ໄວພາຍໃນ 1.30 ຊົ່ວໂມງ.
ຈາກປະສົບການດໍາເນີນງານດ້ານສິນເຊື່ອ ຜ່ອນຊື້ມາຢ່າງຍາວນານເຮັດໃຫ້ “ມະຫາທຶນ” ມີຄວາມພ້ອມໃນດ້ານການປະເມີນວົງເງິນສິນເຊື່ອໃຫ້ກັບລູກຄ້າໄດ້ທຸກກຸ່ມ ທັງກຸ່ມລູກຄ້າທີ່ມີລາຍໄດ້ປະຈໍາ ແລະ ກຸ່ມອາຊີບອິດສະຫຼະຕ່າງໆ ໄດ້ຢ່າງທົ່ວເຖີງ ໂດຍສະເພາະກຸ່ມອາຊີບອິດສະຫຼະທີ່ຕ້ອງໄດ້ໃຊ້ຄວາມສາມາດ ແລະ ປະສົບການໃນການພິຈາລະນາສິນເຊື່ອໃຫ້ສອດຄ່ອງກັບຄວາມສ່ຽງຂອງລູກຄ້າໄດ້ຢ່າງທົ່ວເຖີງຫຼາຍທີ່ສຸດ.

ພ້ອມນີ້ ທ່ານ ຈັນທະວົງ ພະມີສິດ ຜູ້ອໍານວຍການ ຮ້ານຄໍາພູວົງ ໄດ້ກ່າວຕື່ມອີກວ່າ ຈາກການໃຫ້ບໍລິການ ແລະ ດໍາເນີນທຸລະກິດດ້ານຄໍາມາຢ່າງຍາວນານຫຼາຍກວ່າ 36 ປີ ຂອງຮ້ານ “ຮ້ານຄໍາພູວົງ” ຈົນກາຍເປັນຮ້ານຄໍາອັນດັບ 1 ໃນປະເທດລາວ ທີ່ປະຊົນໃຫ້ຄວາມເຊື່ອໝັ້ນ ຈາກຮ້ານ 1 ສາຂາ ມາເປັນ 7 ສາຂາ ແລະ ຮ້ານພາດເນີ່ອີກ 70 ກວ່າຮ້ານໃນປັດຈຸບັນ ພວກເຮົາມີຄວາມໝັ້ນໃຈວ່າຈະສາມາດໃຫ້ບໍລິການ ຜ່ອນຊື້ຄໍາ ຮ່ວມກັບ ມະຫາທຶນໄດ້ຢ່າງສົມບູນ.
ສໍາຫຼັບການ ພິຈາລະນາສິນເຊື່ອ ຈະປະເມີນຈາກຂໍ້ມູນລາຍໄດ້ ແລະ ຂໍ້ມູນເຄູດິດຂອງລູກຄ້າແຕ່ລະທ່ານ ລວມທັງຈະມີການພິຈາລະນາປະເມີນຮ່ວມກັນລະຫວ່າງວົງເງິນສິນເຊື່ອ ແລະ ຄວາມສາມາດໃນການຜ່ອນຕໍ່ເດືອນ ໂດຍລູກຄ້າທີ່ຂໍຮັບສິນເຊື່ອຄໍາ ຕ້ອງວາງເງິນຜ່ອນ 10-30% ຕາມຄຸນສົມບັດຂອງລູກຄ້າ, ໄລຍະເວລາໃນການຜ່ອນຄໍາຕັ້ງແຕ່ 6-18 ເດືອນ ຕາມຂໍ້ມູນສິນເຊື່ອຂອງລູກຄ້າ ແລະ ໄລຍະເວລາໃນການຜ່ອນຄໍາ ໂດຍລູກຄ້າສາມາດຮັບບໍລິການເຊົ່າສິນເຊື່ອໄດ້ທີ່ຮ້ານຄໍາພູວົງ 4 ສາຂາຄື: ສາຂາຕະຫຼາດເຊົ້າ, ສາຂາວັງທອງ, ສາຂາໄອເຕັກ ແລະ ສາຂາວຽງຈັນເຊັນເຕີ.
I did wrap the doll in plastic wrap to protect her dress. Boston itself was besieged for almost a year during the Siege of Boston, which began on April 19. Applications of these methods include Maxwell's equations, wave packets, and.