
ງານບຸນນະມັດສະການພະທາດຫຼວງ ວຽງຈັນ ເປັນບຸນປາງໃຫຍ່ຂອງຊາວ ລາວ ທົ່ວປະເທດ ໂດຍສະເພາະແມ່ນຊາວນະຄອນຫຼວງ ວຽງຈັນ ໂດຍໄດ້ເຕົ້າໂຮມເອົາບັນດາຮ້ານຂາຍເຄື່ອງປະເພດຕ່າງໆມາວາງຂາຍຈຳນວນຫຼວງຫຼາຍ ເພື່ອໃຫ້ຜູ້ມາທ່ຽວງານບຸນໄດ້ເລືອກຊື້ ແລະ ສິ່ງທີ່ຂາດບໍ່ໄດ້ໃນງານບຸນ ນັ້ນກໍຄືເຂົ້າຫຼາມ-ປີ້ງໄກ່ ເຊິ່ງເປັນສິນຄ້າເອກະລັກຂອງແຕ່ລະງານບຸນກໍວ່າໄດ້.

ທ່ານນາງ ຟອງ ອິນທະຈັກ ບ້ານໂພນສະຫວ່າງ ເມືອງ ໂພນໂຮງ ແຂວງ ວຽງຈັນ ແມ່ນຄ້າຂາຍເຂົ້າຫຼາມ-ປີ້ງໄກ່ໃນງານບຸນນະມັດສະການພະທາດຫຼວງ ໃຫ້ສຳພາດວ່າ ເຂົ້າຫຼາມ-ປີ້ງໄກ່ ຖືວ່າເປັນສິນຄ້າເອກະລັກແຕ່ລະງານບຸນຂອງລາວ ເປັນຕົ້ນແມ່ນບຸນຊ່ວງເຮືອ ແລະ ງານບຸນທາດຫຼວງ ຕົນເອງແມ່ນໄດ້ນຳເອົາເຄື່ອງມາຂາຍທຸກງານ ສຳລັບປີນີ້ ແມ່ນໄດ້ເອົາເຄື່ອງມາຂາຍຫຼາຍພໍສົມຄວນເຊັ່ນ ເຂົ້າຫຼາມ ປີ້ງໄກ່ລາດ ໄກ່ພັນ ປີ້ງເຄື່ອງໃນໄກ່ ແລະ ອື່ນໆ ຜ່ານການຂາຍມາໄດ້ 2 ວັນ ເຫັນວ່າໄດ້ຂາຍດີພໍສົມຄວນ ໂດຍຂາຍໃນລາເລີ່ມຕົ້ນ 10,000 ກີບຂຶ້ນໄປ ແລະ ຄາດວ່າຈະໄດ້ຂາຍດີກວ່າປີຜ່ານມາ ເຖິງແມ່ນຈະໄດ້ຂາຍດີກໍຕາມ ແຕ່ກຳໄລຂ້ອນຂ້າງໜ້ອຍ ເນື່ອງຈາກວັດຖຸດິບມີລາຄາແພງຂຶ້ນ.
ສຳລັບສິນຄ້າຂອງຕົນ ແມ່ນເນັ້ນດ້ານຄວາມສະອາດ ສົດ ແລະ ແຊບ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກຮັບປະທານແລ້ວບໍ່ມີຜົນກະທົບດ້ານສຸຂະພາບ ນອກຈາກຂາຍໃນງານບຸນແລ້ວ ຍັງຂາຍຕາມແຄມທາງ ແລະ ເຮັດໃຫ້ສົ່ງລູກຄ້າທີ່ຕ້ອງການໄປຂາຍຕໍ່ອີກດ້ວຍ.
ແຫຼ່ງຂໍ້ມູນ: Vientiane Mai
This helps keep weight down, which is important for balance in a sports car. Spina bifida is a birth defect that is most often discovered during the routine anatomy scan typically performed when a fetus is around 18 weeks old. Barbary macaques are Europe's only species of primate.