ຊີ້ແຈງແລ້ວ! ກໍລະນີ ມີການແຫ່ນາງສາວອ້ອມ ພຣະທາດຫຼວງ ວຽງຈັນ

ເມື່ອມີຫຼາຍຄົນໂພສຮູບກ່ຽວກັບການແຫ່ນາງສາວທີ່ ພຣະທາດຫຼວງ ວຽງຈັນ ໃນວັນທີ 6 ພະຈິກ 2022 ເຮັດໃຫ້ຫຼາຍຄົນໄດ້ເຂົ້າມາສະແດງຄວາມຄິດເຫັນຕໍ່ກັບກໍລະນີດັ່ງກ່າວ ມີທັງການຕັ້ງຄຳຖາມວ່າ ແມ່ນປະເພນີໃດ ແລະ ສົມຄວນແລ້ວບໍ່ ເຮັດແບບນີ້?

ເຊິ່ງຫຼ້າສຸດ, ໜຶ່ງໃນຜູ້ຮ່ວມຈັດຕັ້ງ ກໍໄດ້ອອກມາຊີ້ແຈ້ງຜ່ານເຟສບຸກສ່ວນໂຕວ່າ:

ຂໍອະນຸຍາດຊີ້ແຈງ ແລະ ຂໍສົມມາລາໂທດຈາກກິດຈະກຳແຫ່ຜາສາດເຜິ້ງຂອງມື້ວານນີ້ ເຊິ່ງພວກຂ້ານ້ອຍບໍ່ມີເຈຕະນາຈະຫຼົບລູ່ດູໝິ່ນສະຖານທີ່ແຕ່ຢ່າງໃດ ເຮັດຂຶ້ນເພື່ອຫວັງຢາກຊ່ອຍສົ່ງເສີມວຽກງານສິລະປະ ແຕ່ກໍຖືວ່າອາດເປັນສິ່ງທີ່ບໍ່ເໝາະສົມໃນສາຍຕາຂອງສັງຄົມ ເລີຍຢາກຂໍກະຈ່າງແຈ້ງຊີ້ແຈງຕື່ມ ເຊິ່ງກິດຈະກຳນີ້ແມ່ນເປັນກິດຈະກຳຂອງໄວໜຸ່ມທີ່ມັກຮັກໃນງານສິລະປະວັດທະນະທຳລາວ ທີ່ລວມກັນສ້າງຂຶ້ນຈາກການລະດົມແນວຄວາມຄິດໂດຍອ້າງອີງຈາກປະຫວັດສາດ ແລະ ວັນນະຄະດີລາວໃນອະດີດມາເປັນຂໍ້ມູນ ເພາະເຫັນວ່າບາງອັນກໍໄດ້ຊຸດໂຊມຫາຍໄປ ເຊິ່ງການໃຊ້ສະລ່ຽງແມ່ນອ້າງອີງຈາກຂະບວນແຫ່ໃນອະດີດ ແລະ ການແຕ່ງກາຍແມ່ນອ້າງອີງຂໍ້ມູນຮູບປັ້ນຂອງນາງອັບສອນ ເຊິ່ງເປັນຮ່ອງຮອຍເສດເຫຼືອຈາກວັດຍອດແກ້ວ (ໂຮງຮຽນແພສາດດຽວນີ້) ເຊິ່ງຖືວ່າເປັນວັດເກົ່າແກ່ທີ່ຖືກສ້າງຂຶ້ນໃນຍຸກລະຫວ່າງພຣະເຈົ້າໄຊເສດຖາເຖິງຍຸກພຣະເຈົ້າສຸລິຍະວົງສາ ແລະ ປັດຈຸບັນນີ້ຮ່ອງຮອຍເຫຼົ່ານັ້ນຖືກເກັບໄວ້ທີ່ຫໍພຣະແກ້ວ ເພື່ອເປັນການຮື້ຟື້ນງານສິລະປະດັ່ງກ່າວຢາກໃຫ້ຄົນຮຸ່ນໃໝ່ໄດ້ເຫັນເລີຍລົມກັນຈັດກິດຈະກຳຂຶ້ນ.

ສຳລັບກິດຈະກຳວານນີ້ພວກຂ້ານ້ອຍພ້ອມດ້ວຍທີມງານຂໍນ້ອມຮັບດ້ວຍຄວາມຈິງໃຈເຖິງຄວາມຜິດພາດ ເຊິ່ງຈະບໍ່ເໝາະສົມກັບສະຖານທີ່ ແລະ ເວລາ ຈາກການແຫ່ຂອງວານນີ້ ໃນເວລາແຫ່ບໍ່ຮູ້ວ່າເພິ່ນເຮັດພິທີທາງສາສະໜາຢູ່ຂ້າງໃນ ເພາະວ່າຕອນແຫ່ມາທາງເຈົ້າໜ້າທີ່ກໍປ່ອຍໃຫ້ເຂົ້າໄປ ຄິດວ່າເພິ່ນແຫ່ປົກກະຕິ ພາຍຫຼັງທີ່ແຫ່ໄປໄລຍະໜຶ່ງກໍເຫັນເພິ່ນກຳລັງເຮັດພິທີອີກຟາກໜຶ່ງກໍເລີຍໃຫ້ນາງງາມໄດ້ລົງຈາກສະລ່ຽງ ແລະ ໃຫ້ຍ່າງແຫ່ ຫຼັງຈາກນັ້ນກໍພາກັນອອກມາ ເຊິ່ງພາບທີ່ເຫັນກໍເປັນພຽງບາງສ່ວນທີ່ບາງທ່ານໄດ້ບັນທຶກໄວ້ ເຊິ່ງມັນອາດບໍ່ເໝາະສົມ ອັນນີ້ຂໍນ້ອມຮັບຜິດດ້ວຍຄວາມຈິງໃຈ ນ້ອມຮັບທຸກຄຳຕຳໜິສົ່ງຂ່າວ ຈະຂໍນໍາໄປແກ້ໄຂໃນຈຸດທີ່ບົກພ່ອງ ແລະ ເປັນບົດຮຽນອັນໃຫຍ່ຫລວງໃນການເຮັດວຽກງານທາງດ້ານສິລະປະວັດທະນະທຳລາວ ຂ້ານ້ອຍ ແລະ ທີມງານ ກາບຂໍຄະມາ ແລະ ຂໍອະໄພມານະທີ່ນີ້ດ້ວຍ”.

error: Content is protected !!