ແຂວງ​ ສາລະວັນ ຈະສູ້ຊົນ 6 ເປົ້າໝາຍໃຫຍ່ເພື່ອພັດທະນາເສດຖະກິດ-ສັງຄົມ ປີ 2023

ທ່ານ ໂພສີ ແກ້ວສີພັນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງສາລະວັນ ເປີດກວ້າງຄັ້ງທີ 7 ສະໄໝທີ IX ຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາລະວັນ, ໃນປີ 2023 ນີ້ແມ່ນເປັນທີ 3 ໃນການຈັດຕັ້ງຜັນຂະຫຍາຍແຜນ 5 ປີຄັ້ງ IX ຂອງອົງຄະນະພັກແຂວງ, ເພື່ອໃຫ້ບັນລຸເປົ້າໝາຍ ແລະ ທິດທາງ ຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ຕ້ອງສຸມໃສ່ປະຕິບັດ 6 ເປົ້າ ໝາຍໃຫຍ່, 17 ແຜນວຽກຈຸດສຸມຄື: ເປົ້າໝາຍທີ 1 ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ 6,9% ດ້ວຍມູນຄ່າ 5.561 ຕື້ກີບ ສະເລ່ຍໃສ່ພົນລະເມືອງ 11 ລ້ານກວ່າກີບ ໃນນັ້ນກະສິກຳ-ປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນ 2,8% ກວມເອົາ 40%, ອຸດສາຫະກຳ ເພີ່ມຂຶ້ນ 8,8% ກວມເອົາ 23%, ບໍລິການ, ພາສີຂາເຂົ້າເພີ່ມຂຶ້ນ 9,1% ກວມ 37% ຂອງລວມຍອດຜະລິດຕະພັນພາຍໃນ, ດ້ານການລົງທຶນໃນ 4 ແຫຼ່ງທຶນມີ 1.407 ຕື້ກີບ, ທຶນລັດ 125 ຕື້ກີບ ກວມເອົາ 8,88% ຂອງທຶນລັດທັງໝົດ, ທຶນຊ່ວຍເຫຼືອເພື່ອການພັດທະນາ 170 ຕື້ກີບ ກວມເອົາ 12%, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 522 ຕື້ກີບ ກວມເອົາ 37% ແລະ ແຫຼ່ງທຶນອື່ນໆ 590 ຕື້ກີບ ກວມເອົາ 42% ຂອງທຶນທັງໝົດ, ຄາດຄະເນລວມຍອດລາຍຮັບທັງໝົດ 180 ຕື້ກີບ ແລະ ລາຍຈ່າຍ 40 ຕື້ກີບ, ຄາດຄະເນລວມຍອດລາຍຮັບທັງໝົດ 180 ຕື້ກີບ, ລາຍຈ່າຍ 400 ຕື້ກວ່າກີບ, ມູນຄ່າການສົ່ງອອກ 1.200 ຕື້ກວ່າກີບ ແລະ ນຳເຂົ້າ 180 ຕື້ກວ່າກີບ, ເປົ້າໝາຍທີ 2 ຊັບພະຍາກອນມະນຸດມີຄຸນນະພາບດີຂຶ້ນ, ທັງມີຄວາມສາມາດນຳໃຊ້ວິທະຍາສາດ -ເຕັກໂນໂລຊີ ແລະ ພູມປັນຍາ ເພື່ອສົ່ງເສີມຜະລິດຕະພັນ ແລະ ການບໍລິການໃຫ້ມີຫຼາກຫຼາຍ, ເປົ້າໝາຍທີ 3 ຊີວິດການເປັນຢູ່ຂອງປະຊົນໄດ້ຮັບການຍົກລະດັບດີຂຶ້ນສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງໃຫ້ໄດ້ 1 ພັນ ຄອບຄົວ, ບ້ານທຸກຍາກຫຼຸດລົງໃຫ້ໄດ້ຫຼາຍກວ່າ 10 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 5 ພັນກວ່າຄອບຄົວ, ຄອບວັດທະນາທຳ 1.900 ຄອບຄົວ ແລະ ບ້ານວັດທະນາທຳໃຫ້ໄດ້ 20 ບ້ານຂຶ້ນໄປ,ເປົ້າໝາຍທີ 4 ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດໂດຍການສືບຕໍ່ບູລະນາຮັກສາປ່າໄມ້ໃຫ້ມີເນື້ອທີ່ປົກຄຸມໃຫ້ໄດ້ 72% ຂອງເນື້ອທີ່ທົ່ວແຂວງ, ເປົ້າ ໝາຍທີ 5 ສ້າງພື້ນຖານໂຄງລາງໃຫ້ມີຄວາມເຂັ້ມແຂງ, ນໍ້າໃຊ້ທ່າແຮງ, ກາລະໂອກາດ, ທີ່ຕັ້ງ, ຮ່ວມມື ແລະ ເຊື່ອມໂຍງກັບພາກພື້ນ-ສາກົນ, ສືບຕໍ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງທີ່ຈຳເປັນເພື່ອເຊື່ອມຈອດແຕ່ລະບ້ານຫາເມືອງ, ບ້ານຕໍ່ບ້ານເພື່ອແກ້ໄຂການສັນຈອນໄປມາໃນເຂດຊົນນະບົດ, ກໍ່ສ້າງເສັ້ນທາງໃໝ່ໃຫ້ໄດ້ 12 ກິໂລແມັດ, ທາງດິນແດງ 68 ກິໂລແມັດ, ປູຢາງ 27 ກິໂລແມັດຂຶ້ນໄປ ແລະ ກໍ່ສ້າງຂົວເບຕົງ-ຂົວແຜນ ແລະ ຂົວໄມ້ໃຫ້ໄດ້ 27 ແຫຼ່ງ ແລະ ເປົ້າໝາຍທີ 6 ແມ່ນການຄຸ້ມຄອງບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດຕາມທິດການຄຸ້ມຄອງລັດດ້ວຍກົດ ໝາຍ

ຂ່າວ-ພາບ: ສິດຕາ ເພັດວົງສາ

error: Content is protected !!