ມອບ-ຮັບ ສິ່ງເສດເຫລືອທະຫານ ອາເມຣິກາ
ທີ່ຫາຍສາບສູນໃນປາງສົງຄາມ ຢູ່​ ລາວ

ລັດຖະບານ ສປປ ລາວ ໄດ້ມອບສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມ ຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 5 ປະຈໍາສົກປີ 2021-2022 ຢູ່ເຂດເມືອງແປກ ແລະ ເມືອງຄໍາ ແຂວງຊຽງຂວາງ.

ພິທີມອບ-ຮັບ ໄດ້ມີຂຶ້ນໃນວັນທີ 2 ພະຈິກ 2022 ທີ່ສະໜາມບິນສາກົນວັດໄຕ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ, ພ້ອມທັງໄດ້ກ່າວມອບ ແລະ ທ່ານ ປີເຕີ ເຮມອນ (Dr. Peter Haymond) ເອກອັກຄະລັດຖະທູດ ສະ ຫະລັດອາເມຣິກາ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດອາເມຣິກາ ກ່າວຮັບ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການປະຕິບັດງານຂອງ ຄະນະວິຊາການຮ່ວມໃນຄັ້ງນີ້ ໄດ້ຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ຈໍານວນ 2 ກໍລະນີ ຢູ່ເຂດບ້ານຄັງໄຂ ເມືອງແປກ ແລະ ເຂດບ້ານບານ ເມືອງຄໍາ ແຂວງຊຽງຂວາງ. ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ, ຄະນະວິຊາການຮ່ວມ ລາວ-ອາເມຣິກາ ໄດ້ຮ່ວມມືກັນດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແຕ່ເໜືອຕະຫລອດໃຕ້ ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາເກືອບສີ່ສິບປີມາແລ້ວ. ຕະຫລອດໄລຍະເວລາແຫ່ງການຮ່ວມມືດັ່ງກ່າວນັ້ນ, ຄະນະວິຊາການສອງຝ່າຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເຈົ້າໜ້າທີ່ທ້ອງຖິ່ນທີ່ກ່ຽວຂ້ອງ ກໍຄື ປະຊາຊົນໃນຂົງເຂດທີ່ດໍາເນີນການສໍາຫລວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈຕະຫລອດມາ ແລະ ເປັນປັດໄຈໜຶ່ງທີ່ສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ອາເມຣິກາ ໃຫ້ນັບມື້ນຂະຫຍາຍຕົວຍິ່ງຂຶ້ນ.

ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫລື ຫລາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫລວດ ແລະ ຂຸດຄົ້ນຕໍ່ໄປ.

ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!