ຫາລືການສົ່ງເສີມກາເຟລາວ ໃຫ້ເປັນໜຶ່ງປະເທດ ໜຶ່ງຜະລິດຕະພັນ

ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງ ວຽງຈັນ, ທ່ານ ເພັດ ພົມພິພັກ ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເພື່ອການປຶກສາຫາລື ກ່ຽວກັບສະພາບການເພີ່ມຂຶ້ນ ຂອງລາຄາສິນຄ້ານໍາເຂົ້າກະສິກໍາ ແລະ ພະລັງງານ ແລະ ການສົ່ງເສີມກາເຟລາວໃຫ້ເປັນ ໜຶ່ງປະເທດ ໜຶ່ງຜະລິດຕະພັນ.

ທ່ານ ນາຊາຣ໌ ຮາຢັດ ໄດ້ກ່າວວ່າ: ອົງການ FAO ໄດ້ໃຫ້ຄວາມສົນໃຈໃນການພັດທະນາ “ການເຕີບໂຕທາງເສດຖະກິດສີຂຽວ ຕາມແລວທາງລົດໄຟ” ຂໍ້ລິເລີ່ມແຮນອິນແຮນ (HIHI) ໂດຍສະເພາະ ກາເຟ ເຊິ່ງໄດ້ສະເໜີໃຫ້ຖືກຄັດເລືອກເປັນຜະລິດຕະພັນຂອງ ສປປ ລາວ ການລິເລີ່ມວຽກງານ “ໜຶ່ງປະເທດ ໜຶ່ງຜະລິດຕະພັນ” ໂດຍຈະໄດ້ນຳສະເໜີຜ່ານທາງອອນລາຍ ໃນລະດັບພາກພື້ນ ໃນຕົ້ນເດືອນ ພຶດສະພາ ທີ່ຈະມາເຖິງເຊິ່ງຈຸດປະສົງຂອງການລິເລີ່ມໃນລະດັບສາກົນນີ້ ເພື່ອຄັດເລືອກ ແລະ ສົ່ງເສີມຜະລິດຕະພັນໜຶ່ງດຽວ ຈາກແຕ່ລະປະເທດທີ່ໄດ້ຮັບການຍອມຮັບ ວ່າມີທ່າແຮງທີ່ສໍາຄັນ.

ໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ເຫັນດີເປັນເອກກະພາບ ໃນການສະເໜີເລືອກກາເຟຂອງລາວ ເປັນຜະລິດຕະພັນ ເພື່ອການລິເລີ່ມຂອງ ອົງການ FAO ທີ່ຈະເອົາໄປນຳສະເໜີໃນລະດັບພາກໃນຕົ້ນເດືອນໜ້ານີ້ ພ້ອມທັງສະແດງຄວາມດີໃຈ ຕໍ່ຂໍ້ລິເລີ່ມ ແລະ ການຄັດເລືອກກາເຟ ເປັນຜະລິດຕະພັນ ຂອງ ສປປ ລາວ ແລະ ຢືນຢັນວ່າຈະສະໜັບສະໜູນ ແລະ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດກັບອົງການ FAO ໃຫ້ມີຜູ້ບໍລິຫານລະດັບສູງ ເຂົ້າຮ່ວມກອງປະຊຸມລິເລີ່ມໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ອົງການ FAO ສືບຕໍ່ການສະໜັບສະໜູນ ຮັກສາການຮ່ວມໃຫ້ ກະຊວງກະສິກຳ ແລະ ປ່າໄມ້ມີສ່ວນຮ່ວມ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ຍົກບັນຫາຜົນກະທົບ ຂອງການເພີ່ມຂຶ້ນຂອງລາຄາອາ ຫານ, ນ້ຳມັນເຊື້ອໄຟ ແລະ ຝຸ່ນ ທີ່ເພີ່ມຂຶ້ນສູງ ເຊິ່ງເປັນຜົນກະທົບຕໍ່ກັບການຄ້ຳປະກັນສະບຽງອາຫານໃນ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ, ເຫັນດີເຫັນພ້ອມກັບບັນດາ ຂໍ້ສະເໜີແນະນຳ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຈາກວຽກງານດັ່ງກ່າວ.

ໃນການພົບປະຄັ້ງນີ້, ທ່ານ ນາຊາຣ໌ ຮາຢັດ ໄດ້ຍົກບາງປະເດັນກ່ຽວກັບການເພີ່ມຂຶ້ນຂອງການນຳເຂົ້າສະບຽງອາຫານ, ຜະລິດຕະພັນກະສິກຳ ແລະ ບາງໜ້າວຽກຂອງອົງການ FAO ທີ່ຈະໄດ້ດຳເນີນການວິເຄາະປະເມີນ ເພື່ອເຂົ້າໃຈເຖິງຜົນກະທົບ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະເທດ ອີກດ້ວຍ.

error: Content is protected !!