
ງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2022 ທີ່ຈະເປີດຂຶ້ນເລີ່ມແຕ່ ວັນທີ 4-8 ພະຈິກ 2022 ນີ້, ຄະນະຮັບຜິດຊອບຈັດງານບຸນ ໄດ້ມອບໃຫ້ບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ສ້າງຜາສາດເຜິ້ງຄູ່ໜຶ່ງທີ່ໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີທີ່ເຄີຍຈັດມາ, ມີຄວາມສູງປະ ມານ 3 ແມັດ, ພ້ອມທັງຈະເຮັດ ໝາກເບັງໃຫຍ່ ຄູ່ໜຶ່ງ, ສູງປະມານ 2 ແມັດ ເພື່ອປະກອບສ່ວນ ເຂົ້າໃນງານບຸນພະທາດຫລວງວຽງຈັນ ທີ່ຈະຈັດຂຶ້ນໃນປີນີ້, ໃຫ້ມີສີສັນຂຶ້ນກວ່າເກົ່າ.

ທ່ານນາງ ບົວວຽງ ເພັດທະລານຄຳ ຄະນະກຳມະການແນວລາວສ້າງຊາດ, ຮອງຫົວໜ້າຄະ ນະທີ່ປຶກສາວຽກງານສາສະໜາ, ທັງເປັນປະທານບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ໃຫ້ສຳພາດ ໃນວັນທີ 1 ພະຈິກ 2022 ນີ້ວ່າ: ຜາສາດເຜິ້ງ ທີ່ຈະສ້າງຂຶ້ນໃນຄັ້ງນີ້, ສູງປະມານ 3 ແມັດ, ໃຊ້ຂີ້ເຜິ້ງສົດ ປະມານ 80 ກິໂລ, ພ້ອມທັງ ຈະສ້າງໝາກເບັງລາວ ທີ່ໃຫຍ່ທີ່ສຸດ, ສູງ 2 ແມັດ, ໂດຍຈະນໍາໄປຕັ້ງໄວ້ໜ້າພະທາດຫລວງວຽງຈັນ ໃນມື້ເປີດງານບຸນວັນທີ 4 ພະຈິກ ເພື່ອປະກອບ ສ່ວນເຮັດໃຫ້ງານບຸນທາດຫລວງໃນປີນີ້, ມີສີສັນ, ມີບັນຍາກາດອັນຟົດຟື້ນ, ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດລາວເຮົາ, ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າໄປເບິ່ງ, ໄປຊົມ, ໄປຖ່າຍຮູບ, ໄປສໍາຜັດ ກັບຜາສາດເຜິ້ງ ແລະ ໝາກເບັງ ທີ່ມີລວດ ລາຍສວຍງາມ, ທັງເປັນເອກະລັກສະເພາະ ຂອງຊາດລາວເຮົາ.

ທ່ານນາງ ບົວວຽງ ເພັດທະລານຄຳ ຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ໃນການເຮັດ ຜາສາດເຜິ້ງ ແລະ ໝາກເບັງ ໃນງານບຸນພະທາດຫລວງໃນທຸກປີ, ພ້ອມທັງເຊີນຊວນໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມງານບຸນພະທາດຫລວງວຽງຈັນ ທີ່ຈະຈັດຂຶ້ນໃນປີນີ້, ດ້ວຍຄວາມມ່ວນຊື່ນ ເຊິ່ງພາຍໃນງານ ໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ທີ່ຮອດຄ່ອງກັບຮີດຄອງ ປະເພນີອັນດີງາມ ຂອງຊາດລາວເຮົາ, ທັງຮັກສາໄດ້ຄວາມສະຫງົບ ແລະ ປອດໄພ.
ສຳລັບໃນວັນທີ 7 ພະຈິກ ເວລາ 13:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ, ໃນວັນທີ 8 ເວລາ 7:00 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ, ຮອດເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ; ຫລັງຈາກນັ້ນ, ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດຫລວງ.
ຂ່າວ: ທະນູທອງ ພາບ: ຂັນໄຊ
My ecoboost has been in a few times for reflashes and my trans still has sloppy upshifts and downshifts or it experiences very harsh upshifts or downshifts, it seems to have a mind of it's own. You won't need to open up the mouse and spend hours fiddling with micro-switches - just lever up the problem button and stick a small piece of tape inside!