ກຽມຈັດສັນຕະຫລາດກາງຄືນ ໃຫ້ເປັນລະບຽບ ແລະ ສະດວກກວ່າເກົ່າ!

ນະຄອນຫຼວງພະບາງ ຈະມີການຈັດສັນຮູບແບບການຂາຍສິນຄ້າ ຢູ່ຕະຫຼາດກາງຄືນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍຄວາມສະດວກ, ສະບາຍແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ມາບໍລິການຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ການຈັດຈຸດນັ່ງຂາຍສິນຄ້າ ໃຫ້ເປັນລ໋ອກລວມ 2 ແຖວ, ປິ່ນຫລັງໃສ່ກັນ, ເລີ່ມແຕ່ໜ້າສະຖານີວິທະຍຸກະຈາຍສຽງ ແຂວງຫລວງພະບາງ ຫາ 3 ແຍກບ້ານຈຸມຄ້ອງ ເຊິ່ງສາມາດຮອງຮັບໄດ້ທັງໝົດ 443 ຮ້ານ ແນໃສ່ໃຫ້ຜູ້ປະກອບການທັງ 853 ຮ້ານ ໄດ້ຂາຍສິນຄ້າຜັດປ່ຽນກັນແຕ່ລະມື້ ເພື່ອຄວາມເປັນເອກະພາບ ແລະ ຮັບປະກັນໃຫ້ຜູ້ປະກອບການມີລາຍຮັບ ຄືໄລຍະຜ່ານມາ.

ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງພະບາງ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການວ່າງຈຳໜ່າຍສິນຄ້າ ຂອງຜູ້ປະກອບການໄດ້ແຍກເປັນ 3 ປະເພດ ຄື: ຜ້າໄໝລາວ ມີ 339 ຮ້ານ, ຫັດຖະກໍາທົ່ວໄປ 242 ຮ້ານ, ເຄື່ອງຫັດຖະກໍາເຜົ່າມົ້ງ 272 ຮ້ານ, ທັງກຳນົດເຕັ້ນໃຫ້ເປັນສີດຽວກັນ, ຂະໜາດຍາວ 2 ແມັດ, ກວ້າງ 1,60 ແມັດ.

ປັດຈຸບັນ ຕະຫຼາດກາງຄືນ ໄດ້ມີຫຼາຍພາກສ່ວນເຂົ້າມາຄ້າຂາຍ ແລະ ມີການຂະຫຍາຍຕົວເພີ່ມຂຶ້ນ ຈຶ່ງໄດ້ຈັດສັນບ່ອນຂາຍເປັນ 4 ແຖວ; ໃນນັ້ນ 2 ແຖວຕັ້ງຢູ່ກາງເສັ້ນທາງສີສະຫວ່າງວົງ ແລະ ອີກ 2 ແຖວ ໄດ້ຈັດສັນໃສ່ທາງຍ່າງທັງສອງຂ້າງ ລວມມີຮ້ານຂາຍເຄື່ອງທັງໝົດໝົດ 853 ຮ້ານ, ແຕ່ໃນໄລຍະຜ່ານມາເຫັນວ່າມີຄວາມແອອັດຫລາຍ, ທັງບໍ່ມີຄວາມເປັນລະບຽບ-ຮຽບຮ້ອຍ.

Cr. ຂປລ

error: Content is protected !!