ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຕີລາຄາ ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ພົບຄວາມຫຍຸ້ງຍາກ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ກໍານົດເສັ້ນທາງການສັນຈອນລະອຽດດັ່ງນີ້:
1. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດ 3 ແຍກໜອງບຶກໃຫ້ລ້ຽວ – ຊ້າຍໄປຕາມເສັ້ນທາງໜອງບຶກຮອດໄຟອໍານາດດົງໂດກ ລ້ຽວຊ້າຍໄປຕາມຈຸດປະສົງ.
2. ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບໃຫ້ ໃຊ້ເສັ້ນທາງໜອງບຶກດົງໂດກ ຊອດໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ.
3. ລົດບັນທຸກທີ່ມາແຕ່ຂົວມິດຕະພາບ ມີຈຸດປະສົງໄປເສັ້ນ ທາງ 13 ໃຕ້ ໃຫ້ໃຊ້ເສັ້ນທາງ 450 ປີ ມາທາງ 4 ແຍກໄຟ – ອໍານາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໜູນ ແລ້ວໄປຕາມຈຸດປະສົງ.
4. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງໄປຂົວມິດພາບ ໃຫ້ລ້ຽວຊ້າຍຊອດໃສ່ເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວມິດຕະພາບ.

5. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ຫຼື ເສັ້ນທາງດອນຫນູນ, ເສັ້ນທາງໄກສອນ, ຖ້າບໍ່ມີ ຈຸດປະສົງມາທ່ຽວງານບຸນ, ມາຮອດໄຟອໍານາດໜອງໜ່ຽງໃຫ້ລ້ຽວຊ້າຍໄປເສັ້ນທາງບ້ານໜອງໜ່ຽງ ໄປທາງບ້ານວັງຊາຍ ໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໄປເສັ້ນທາງໂຮງໝໍ 150 ຕຽງ ແລ້ວໄປຕາມຈຸດປະສົງ.
6. ກໍລະນີການສັນຈອນມີຄວາມສັບສົນ ເຈົ້າຫນ້າທີ່ ຈະໄດ້ແຍກລົດຢູ່ຈຸດໄຟອໍານາດດົງໂດກ ແລະ ຈຸດໄຟອໍານາດໜອງໜ່ຽງ ໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ-ໜອງບຶກ ອອກໃສ່ປະຕູໂຂງມະຫາວິທະຍາໄລແຫ່ງຊາດ ແລ້ວລ້ຽວຊ້າຍ ໄປຕາມເສັ້ນທາງດົງໂດກ-ໂພນຕ້ອງ ຫຼື ຮອດໄຟອໍານາດຕານມີໄຟໃຫ້ລ້ຽວຊ້າຍໄປຕາມເສັ້ນທາງຕານມີອອກໄປທາງວັດດອນແດງ ແລ້ວໄປຕາມຈຸດປະສົງ.
7. ພາຫະນະທີ່ມາແຕ່ເສັ້ນຫນອງໄຮ, ໂພນທັນ, ເສັ້ນທາງຂົວມິດຕະພາບ ມີຈຸດປະສົງໃຊ້ເສັ້ນທາງກໍາແພງເມືອງ ໄປທາງໄຟອໍານາດທາດຫຼວງ ແລ້ວລ້ຽວຂວາ ຊອດໃສ່ບ້ານໂນນຄໍ້ ແລະ ໄປຕາມຈຸດປະສົງ ( ຂໍ້ທີ 7 ແມ່ນໃຊ້ສະເພາະງານບຸນພຣະທາດຫຼວງ ແລະ ມື້ໃສ່ບາດ).
8. ລົດເມ, ລົດໂດຍສານ, ລົດ 6 ລໍ້ຂຶ້ນໄປທີ່ມາຈາກເສັ້ນທາງທ່າເດືອ ເມືອງຫາດຊາຍຟອງ ທີ່ມີຈຸດປະສົງມາທ່ຽວງານບຸນແມ່ນອະນຸຍາດໃຫ້ຈອດຕາມທາງຊອຍບ້ານສະພັງໝໍ້ ແລະ ໂພນສີນວນ.
9. ພາຫະນະມາແຕ່ຊໍາເຄ້, ນາຄວາຍ, ດົງຄໍາຊ້າງ ແລະ ຊຽງດາ ໃຫ້ຈອດຢູ່ເຂດຕະຫຼາດຫົວຂົວ.
Cr. ຄວາມສະຫງົບ
The company will will begin brewing and bottling Fentimans Tonic Water in 9. Sony should be made to recall all of the boxws and have them fixed so that you can play all of their older games not just some.