ພິທີລົງນາມໃນການໃຫ້ທຶນ ສະໜັບສະໜູນ ໂຄງການອະນຸລັກ ຮູບແຕ້ມຝາຜະໜັງບັນດາວັດເກົ່າ ແກ່ ທີ່ສ້າງຂຶ້ນໃນ ສະຕະວັດທີ XIX ຢູ່ແຂວງສະ ຫວັນນະເຂດ ຈຳນວນ 3 ວັດຄື: ວັດບ້ານຕາແຫຼວເກົ່າ, ວັດ ບ້ານທວດເມືອງຈຳພອນ ແລະ ວັດບ້ານໜອງບົວທ່າເມືອງສອງ ຄອນ ຈັດຂຶ້ນໃນວັນ ທີ 26 ຕຸລາ 2022 ທີ່ເດີ່ນວັດ ບ້ານຕາແຫຼວເກົ່າເມືອງຈຳພອນ ເຂົ້າຮ່ວມເປັນປະ ທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປອ ປີເຕີ ແຮມມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸນັນທາ ກັນ ລະຍາ ປະທານສະມາຄົມສົ່ງເສີມ ການອະນຸລັກສິລະປະວັນນະຄະດີ (ສອສວ) ໄດ້ລາຍງານໃຫ້ຮູ້ ວ່າ: ໂຄງການອະນຸລັກຮູບແຕ້ມຝາ ຜະໜັງ ບັນດາວັດໃນ ສັດຕະວັດທີ 19 ຢູ່ແຂວງສະຫວັນນະເຂດໄດ້ ຮັບທຶນພາຍໃຕ້ໂຄງການ: ທຶນ ທ່ານ ເອກອັກຄະລັດຖະທູດສະຫະ ລັດອາເມຣິກາ ເພື່ອອະນຸລັກວັດ ທະນະທຳປີ 2022, ເຊິ່ງຢູ່ແຂວງ ສະຫວັນນະເຂດ ປະກອບມີ 3 ວັດ ຄື: ວັດບ້ານຕາແຫຼວເກົ່າ, ວັດ ບ້ານທວດ ເມືອງຈຳພອນ ແລະ ວັດບ້ານໜອງບົວທ່າ ເມືອງສອງ ຄອນ, ໃນມູນຄ່າ 49.800 ໂດລາສະຫະລັດ, ປະກອບມີ: ໃຫ້ພະແນກ ຖະແຫຼງຂ່າວ-ວັດທະນະທຳແລະ ທ່ອງທ່ຽວແຂວງສະຫວັນນະ ເຂດ, ຫ້ອງການຖະແຫຼງຂ່າວ-ວັດ ທະນະທຳເມືອງທັງສອງເມືອງ, ສະຖາບັນວິຈິດສິນແຫ່ງຊາດ, ວິ ທະຍາໄລສິລະປະສຶກສາ ແລະ ໂຮງຮຽນວິຈິດສິນແຂວງສະຫວັນ ນະເຂດ ເປັນຄູ່ຮ່ວມງານຫຼັກໃນ ໂຄງການ. ເຊິ່ງໃນນັ້ນກິດຈະກຳ ຂອງໂຄງການປະກອບດ້ວຍ: ການລົງສຳຫຼວດພື້ນທີ່ ແລະ ຄັດລອກຮູບແຕ້ມຝາຜະໜັງ, ຈາກນັ້ນ ກໍ່ຈະມີການຝຶກອົບຮົມນັກສິລະປະ ພ້ອມດ້ວຍການສ້າງກິດຈະກຳ ປູກຈິດສຳນຶກ ໃຫ້ກັບຊາວບ້ານ ແລະນ້ອງນັກຮຽນ, ຈາກນັ້ນ ກໍ່ຈະ ໄດ້ເກັບກຳຂໍ້ມູນເພື່ອຈັດພິມປື້ມ ແລະປື້ມເອເລັກໂຕຼນິກບັນດາກິດ ຈະກຳຂອງໂຄງການ ແລະຮູບ ແຕ້ມຝາຜະໜັງ, ພ້ອມນັ້ນກໍ່ຈະມີ ການຈັດງານວາງສະແດງຜົນ ງານ ແລະສິ່ງສຳຄັນແມ່ນການກະ ກຽມຂຶ້ນແຜນ ເພື່ອຂໍທຶນສະໜັບ ສະໜູນວຽກງານບູລະນະຝາຜະ ໜັງກໍ່ຄືຕົວອາຄານສະ ຖານບູຮານ ວັດທັງ 3 ແຫ່ງ. ທັງນີ້ກໍ່ເພື່ອເປັນ ການປູກຈິດສຳນຶກ ກ່ຽວກັບການ ອະນຸລັກມໍລະດົກວັດທະນະທຳໃຫ້ ແກ່ປະຊາຊົນໃນທ້ອງຖິ່ນ ໂດຍ ສະເພາະຄົນຮຸ່ນໃໝ່, ອີກຢ່າງກໍ່ ເພື່ອໃຫ້ປະຊາຊົນໃນທ້ອງຖິ່ນໄດ້ ນຳໃຊ້ ແລະອະນຸລັກມໍລະດົກວັດ ທະນະທຳແບບຍືນຍົງ, ພ້ອມນັ້ນ ກໍ່ເພື່ອຝຶກຝົນໃຫ້ນັກສຶກສາໄດ້ ຮຽນຮູ້ສິລະປະການແຕ້ມຮູບຝາ ຜະໜັງແບບດັ້ງເດີມຕື່ມອີກ.

ທ່ານ ນາງ ຫຼິງທອງ ແສງ ຕາວັນ ກໍ່ໄດ້ຕາງໜ້າຄະນະນໍາ ຂອງແຂວງ, ກໍ່ຄືພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວແຂວງ, ຊາວເມືອງຈໍາພອນ, ເມືອງສອງຄອນ ແລະອໍານາດ ການປົກຄອງບ້ານຕາແຫຼວ, ບ້ານ ທວດ ແລະບ້ານໜອງບົວທ່າ ເຊິ່ງ ເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກ ທຶນສະໜັບສະໜູນຈາກກອງທຶນ ທູດສະຫະລັດອາເມຣິກາໃນການ ບູລະນະ ແລະຮັກສາວັດທະນະທໍາ ຮູບແຕ້ມຝາຜະໜັງວັດທັງ 3 ແຫ່ງ, ເຊິ່ງການຊ່ວຍເຫຼືອດ້ວຍທຶນ ສະໜັບສະໜູນຈາກກອງທຶນດັ່ງ ກ່າວນີ້ເປັນເທື່ອທໍາອິດທີ່ແຂວງ ສະຫວັນນະເຂດ ໄດ້ຮັບຂໍສະແດງ ຄວາມຂອບອົກຂອບໃຈທຸກພາກ ສ່ວນ ໃນການສະໜັບສະໜູນໃຫ້ ທຶນໃນຄັ້ງນີ້.
ໃນພິທີຄັ້ງນີ້ກໍ່ໄດ້ມີການລົງ ນາມໃນບົດທຶກລະຫວ່າງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກຖະແຫຼງຂ່າວ-ວັດທະ ນະທຳ ແລະທ່ອງທ່ຽວແຂວງສະ ຫວັນນະເຂດ ແລະທ່ານ ເກຼັກອໍຮິທ ເລຂານຸການເອກ ສະຖານເອກ ອັກຄະລັດຖະທູດ ສ.ອາເມຣິກາ ປະຈຳ ສປປ ລາວ, ໂດຍການເປັນ ສັກຂີພະຍານຂອງຄະນະປະທານ ແລະແຂກທີ່ເຂົ້າຮ່ວມ.
Cr: ຂ່າວສະຫວັນພັດທະນາ