
ວັນປ່ອຍຜີ ຫຼື ວັນ Halloween ກົງກັບວັນທີ 31 ຕຸລາ ຂອງທຸກໆປີ ເທສະການນີ້ມີການຈັດທົ່ວໂລກ ລວມເຖິງປະເທດລາວ ຢູ່ຕາມຫ້າງຮ້ານຕ່າງໆ ມີການຕົກແຕ່ງ ຈັດໂປຣໂມຊັນ ພ້ອມມອບຄວາມສຸກ ຄວາມມ່ວນຊື່ນ ບາງປະເທດມີການຈັດຂະບວນແຟນຊີໄປຕາມຖະໜົນຫົນທາງນຳອີກ, ການສະເຫລີມສະຫລອງວັນຮາໂລວີນ ຈະນິຍົມຈັດກັນທີ່ ສະຫະລັດອາເມຣິກາ, ໄອຣ໌ແລນ, ແຄນາດາ, ອອສເຕຣເລຍ, ນິວຊີແລນ ແລະ ປະເທດອື່ນໆ

