ໃນເວລາ 14:30 ໂມງຂອງວັນທີ 25 ຕຸລາ 2022 ຜ່ານມານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນໍ້າເກື້ອ ເມືອງຄຳ ແຂວງ ຊຽງຂວາງ, ໄດ້ຮັບແຫຼ່ງຂາວຈາກພົນລະເມືອງດີວ່າ: ມີການຂົນແຮ່ອອກຈາກເຂດບ້ານຍອດລ້ຽງ ເມືອງຄຳ ແຂວງຊຽງຂວາງ.

ເມື່ອໄດ້ຮັບແຫຼ່ງຂາວຄືດັ່ງນັ້ນ, ເຈົ້າໜ້າທີ່ ພສປ, ຈຶ່ງໄດ້ປະສານສົບກັບພາສີ ປະຈຳແຂວງຊຽງຂວາງ, ເພື່ອຕິດຕາມຕາມເສັ້ນທາງດັ່ງກ່າວ, ມາຮອດເວລາ 24:00 ໂມງ, ໄດ້ເຫັນລົດເປົ້າໝາຍຈໍານວນ 13 ຄັນ, ຈຶ່ງໄດ້ສະກັກ ແລະ ຂໍອະນຸຍາດກວດກາເອກະສານເຫັນວ່າບໍ່ເອກະສານຫຍັງ.

ດັ່ງນັ້ນ, ຈຶ່ງໄດ້ກັກລົດແຮ່ຈຳນວນດັງກ່າວໄວ້ ເພື່ອລໍຖ້າເອກະສານກັບເຈົ້າຂອງແຮ່ມາພົວພັນ ແລະ ດໍາເນີນຄະດີຕາມກົດໝາຍ ແລະ ບຽບການ.
ທີ່ມາ: ກະຊວງການເງິນ
