ການສຳຫຼວດຂອງ ກະຊວງສາທາລະນະສຸກ ແລະ ອົງການ ຢູນີເຊັບ ສະແດງໃຫ້ເຫັນອັດຕາການສັກວັກຊີນເກືອບ 100 ເປີເຊັນ ໃນພື້ນທີ່ທ່ອງທ່ຽວສີຂຽວ

ພື້ນທີ່ທ່ອງທ່ຽວສີຂຽວ, ເຊິ່ງປະກອບມີ ນະຄອນຫຼວງ ວຽງຈັນ, ແຂວງ ວຽງຈັນ ແລະ ແຂວງ ຫຼວງພະບາງ, ໄດ້ບັນລຸອັດຕາການສັກວັກຊີນເຖີງ 99.67 ເປີເຊັນ ເເລະ ປະຊາຊົນທີ່ອາໃສຢູ່ໃນເຂດດັ່ງກ່າວສະແດງຄວາມຮູ້ໃນລະດັບສູງກ່ຽວກັບມາດຕະການປ້ອງກັນ ໂຄວິດ-19, ອີງຕາມຜົນການສໍາຫຼວດຂອງ ກະຊວງສາທາລະນະສຸກ ແລະ ອົງການ ຢູນີເຊັບ.

ນະຄອນຫຼວງ ວຽງຈັນ, ວັນທີ 27 ເມສາ 2022 – ໃນມື້ນີ້, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ເເລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ໄດ້ໃຫ້ກຽດເປັນປະທານຮ່ວມໃນກອງປະຊຸມເຜີຍແຜ່ສຳລັບສື່ມວນຊົນກ່ຽວກັບຜົນການສຳຫຼວດອັດຕາປົກຄຸມວັກຊີນກັນພະຍາດ ໂຄວິດ-19 ໃນພື້ນທີ່ທ່ອງທ່ຽວສີຂຽວໃນ ສປປ ລາວ, ເຊິ່ງປະກອບມີ ນະຄອນຫຼວງ ວຽງຈັນ, ແຂວງ ວຽງຈັນ ແລະ ແຂວງ ຫຼວງພະບາງ.

ການສຳຫຼວດດັ່ງກ່າວ ເເມ່ນໄດ້ຈັດຂຶ້ນລະຫວ່າງ ເດືອນ ມັງກອນ ຫາ ມີນາ 2022 ເເລະ ໄດ້ສະແດງໃຫ້ເຫັນເຖີງອັດຕາການສັກວັກຊີນ ໃນພື້ນທີ່ທ່ອງທ່ຽວສີຂຽວ ທີ່ມີລະດັບສູງເຖີງ 99.67 ເປີເຊັນ. ນອກນັ້ນ, ການສຳຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນທີ່ອາໃສຢູ່ໃນເຂດດັ່ງກ່າວນັ້ນ ມີຄວາມຮູ້ກ່ຽວກັບມາດຕະການປ້ອງກັນພະຍາດ ໂຄວິດ-19 ໃນລະດັບສູງພຽງພໍ, ໂດຍມາດຕະການປ້ອງກັນທີ່ຜູ້ເຂົ້າຮ່ວມການສໍາຫຼວດໄດ້ກ່າວມານັ້ນລວມມີ: ການຫຼີກເວັ້ນການຈັບມື (85 ເປີເຊັນ), ການໃສ່ໜ້າກາກ (58.9 ເປີເຊັນ), ການໝັ່ນລ້າງມືເປັນປະຈຳ (18.2 ເປີເຊັນ) ແລະ ການຫຼີກລ້ຽງການດື່ມເຫຼົ້າ (16.5 ເປີເຊັນ).

ການສໍາຫຼວດຍັງຊີ້ໃຫ້ເຫັນແຫຼ່ງຂໍ້ມູນຂ່າວສານກ່ຽວກັບພະຍາດ ໂຄວິດ-19 ທີ່ປະຊາຊົນລາວນໍາໃຊ້, ໂດຍຜູ້ເຂົ້າຮ່ວມສ່ວນໃຫຍ່ (85 ເປີເຊັນ) ເເມ່ນນໍາໃຊ້ ເຟສບຸກ ໃນການເສບຂ່າວສານກ່ຽວກັບ ໂຄວິດ-19; 78.7 ເປີເຊັນ ໄດ້ຮັບຂ່າວສານກ່ຽວກັບ ໂຄວິດ-19 ຈາກບ່ອນເຮັດວຽກ/ເພື່ອນຮ່ວມງານ ແລະ 41.3 ເປີເຊັນ ເເມ່ນໄດ້ຮັບຂ່າວຈາກໂທລະໂຄງບ້ານ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ນະໂຍບາຍທີ່ສະໜັບສະໜູນທຸລະກິດ ແລະ ຄົວເຮືອນໃຫ້ສາມາດປັບຕົວເຂົ້າກັບສະພາບປົກກະຕິໃໝ່ໄດ້ ເເມ່ນມີຄວາມສຳຄັນຫຼາຍຕໍ່ການຟື້ນຕົວເສດຖະກິດຂອງ ສປປ ລາວ. ພວກເຮົາຕ້ອງຊຸກຍູູ້ອັດຕາການສັກວັກຊີນໃຫ້ໄດ້ເຖີງ 100 ເປີເຊັນ ເພື່ອບັນລຸເປົ້າໝາຍນີ້. ການນຳສະເໜີຜົນການສຳຫຼວດໃນມື້ນີ້ໄດ້ສະແດງໃຫ້ເຫັນເເລ້ວວ່າ ພວກເຮົາຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອຈະບັນລຸເປົ້າໝາຍຂອງພວກເຮົາ ແລະ ຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຈາກວິກິດນີ້ ແລະ ເປີດປະເທດຄືນໃໝ່ໄດ້.”

ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດທາງເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ຢ່າງໃຫຍ່ຫຼວງ ແລະ ໄດ້ພາໃຫ້ການທ່ອງທ່ຽວໃນປະເທດຢຸດຕິລົງເກືອບທັງຫມົດ, ເຊີ່ງກ່ອນການລະບາດຂອງພະຍາດດັ່ງກ່າວ ເເມ່ນໄດ້ມີການຂະຫຍາຍຕົວຢ່າງໝັ້ນຄົງມາເເຕ່ຫຼາຍທົດສະວັດ. ໃນທົ່ວໂລກ, ນັກທ່ອງທ່ຽວສາກົນກໍ່ໄດ້ຫຼຸດລົງໃນລະດັບທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ປີ 1990.

ການທ່ອງທ່ຽວໃນ ສປປ ລາວ ບໍ່ພຽງເເຕ່ມີຄວາມສຳຄັນຕໍ່ເສດຖະກິດຂອງປະເທດເທົ່ານັ້ນ ເເຕ່ຍັງມີຄວາມສຳຄັນຕໍ່ ການບັນລຸເປົ້້າໝາຍພັດທະນາແບບຍືນຍົງສຳລັບປີ 2030 ອີກດ້ວຍ, ໂດຍສະເພາະຕໍ່ 17 ເປົ້າໝາຍການພັດທະນາແບບຍືນຍົງ, ລວມທັງການສະໜອງໂອກາດໃຫ້ແກ່ເດັກນ້ອຍ, ຊາວໜຸ່ມ, ແມ່ຍິງ ແລະ ຊຸມຊົນ, ແລະ ການອະນຸລັກ ແລະ ສົ່ງເສີມມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາຂອງປະເທດ.

ການເປີດປະເທດຄືນໃໝ່ຈະຊ່ວຍຟື້ນຟູການທ່ອງທ່ຽວ ເພື່ອສ້າງແຫຼ່ງລາຍຮັບໃຫ້ເເເກ່ ສປປ ລາວ ເເລະ ເພື່ອບັນລຸໄດ້ຈຸດເປົ້້າໝາຍນີ້, ຈຳເປັນຕ້ອງຜັນຂະຫຍາຍການບໍລິການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ທົ່ວເຖີງ ເເລະ ຕ້ອງຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ໂດຍສະເພາະໃນພື້ນທີ່ທ່ອງທ່ຽວສີຂຽວ.

ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ກ່າວວ່າ: “ຜົນການສຳຫຼວດນີ້ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຂອງ ໂຄງການ “ລາວຮ່ວມໃຈສັກວັກຊີນ”, ຍຸດທະສາດ ແລະ ການລົງທຶນຂອງລັດຖະບານລາວ. ນອກຈາກນັ້ນ, ຜົນສຳເລັດດັ່ງກ່າວ ຄົງຈະເປັນໄປບໍ່ໄດ້ຖ້າບໍ່ມີການສະໜັບສະໜູນຈາກຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງທຸກທ່ານ, ໂດຍສະເພາະໃນການປະກອບສ່ວນວັກຊີນຜ່ານໂຄງການ COVAX Facility ແລະ ການສະໜັບສະໜູນການໂຄສະນາເຜີຍແຜ່ການໃຫ້ວັກຊີນໃນ 18 ແຂວງຂອງ ສປປ ລາວ. ພວກເຮົາແຕ່ລະຄົນ ສາມາດປະກອບສ່ວຍເຂົ້າໂຄງການ “ລາວຮ່ວມໃຈສັກວັກຊີນ” ເເລະ ແບ່ງປັນຜົນສໍາເລັດກັບທູກຄົນໃນສັງຄົມລາວໄດ້.” ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຍັ່ງໄດ້ກ່າວອີກວ່າ: “ກອງປະຊຸມຂອງພວກເຮົາໃນມື້ນີ້ຍັງກົງກັນກັບອາທິດຂອງການຮັບວັກຊີນກັນພະຍາດສາກົນ, ເຊິ່ງເເມ່ນໄດ້ສະເຫຼີມສະຫຼອງໃນອາທິດສຸດທ້າຍຂອງທຸກໆເດືອນເມສາ ແລະ ມີຈຸດປະສົງເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງວັກຊີນໃນການຊ່ວຍຊີວິດ. ດັ່ງນັ້ນ, ຂ້າພະເຈົ້າຂໍຖືໂອກາດນີ້ເພື່ອເນັ້ນໜັກເຖີງຄວາມສຳຄັນບໍ່ພຽງເເຕ່ຂອງວັກຊີນປ້ອງກັນພະຍາດ ໂຄວິດ-19 ເທົ່ານັ້ນ, ແຕ່ຍັ່ງຂໍເນັ້ນໜັກອີກເຖີງຄວາມສຳຄັນຂອງການສັກວັກຊີນປ້ອງກັນພະຍາດທົວໄປໃນການຊ່ວຍຊີວິດເດັກ. ພວກເຮົາຕ້ອງຮັບປະກັນວ່າຄວາມພະຍາຍາມຂອງພວກເຮົາໃນວຽກງານການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ເເກ່ປະຊາຊົນລາວນັ້ນຕ້ອງເດີີນໄປໜ້າຄຽງຄູ່ກັນກັບ ຄວາມພະຍາຍາມໃນວຽກງານການສັກວັກຊີນປ້ອງກັນພະຍາດທົວໄປໃຫ້ເເກ່ເດັກ.”

error: Content is protected !!